ສະຫະພາບ​ເອີຣົບຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ເພີ່ມ​ທະວີ​ການ​ປົກ​ປ້ອງສິດ​ສ່ວນ​ຕົວ​ເພື່ອ​ສ້າງ​ຄວາມ​ໄວ້​​ເນື້ອ​ເຊື່ອ​​ໃຈ​ກັນ​ຄືນ​ໃໝ່​ລະຫວ່າງ​ສອງ​ຝ່າຍ

(GMT+08:00) 2013-10-30 18:05:51     cri

ວັນ​ທີ 29 ຕຸລາ​ນີ້, ນາງ​ວີ​​ເວ​ຍ​ເນ ​ເຣດິງ, ​ຄະນະ​ກຳມະການ​ສະຫະພາບ​ເອີຣົບທີ່​ຮັບຜິດຊອບ​ວຽກ​ງານ​ດ້ານ​ຍຸດຕິ​ທຳ, ສິດທິ​ມະນຸດ ​ແລະ ວຽກ​ງານ​ພົນລະ​ເມືອງ ​ໄດ້​ກ່າວ​ຄຳ​ປາ​ໄສ, ​ໂດຍ​ຕຳນິອາ​ເມ​ລິ​ກາ​ທີ່​ໄດ້​ຕິດຕາມ​ລັກ​ຟັງ​ທີ່​ແນ່​ໃສ່​ເອີຣົບ ​ເຊິ່ງ​ເປັນ​ການທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝັ່ງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ. ນາງ​ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຈົ່ງ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ປົກ​ປ້ອງ​ສິດສ່ວນ​ຕົວ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຄືນ​ໃໝ່, ຖ້າ​ບໍ່​ດັ່ງນັ້ນ, ກໍ​ອາດ​ຈະ​​ກະທົບ​ເຖິງການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບ "ສັນ​ຍາ​ການ​ພົວພັນ​ຄູ່​ຮ່ວມ​ການ​ຄ້າ​ແລະ​ການ​ລົງທຶນ​ຂ້າມ​ມະຫາ​ສະ​ໝຸດອັດ​ລັງ​ຕິກ" ຝ່າຍ​ອາ​ເມ​ລິ​ກາ​ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນແບບ​ນີ້​ຄືນ​ໃໝ່, ຖ້າ​ບໍ່​ດັ່ງນັ້ນ, ລັດຖະສະພາ​ເອີຣົບກໍ​ອາດ​ຈະ​ຢັບຢັ້ງສັນຍາສະບັບນີ້.

ນອກ​ນີ້, ​ໃນ​ມື້​ດຽວ​ກັນ, ຄະນະ​ຜູ້​ແທນ​ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດຂອງ​ລັດຖະສະພາ​ເອີຣົບ ​ໄດ້​ພົບ​ປະ​ກັບ​ທ່ານ​ເວນ​ດີ ​ເຊີ​ມານ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ເມືອງ, ​ເພື່ອ​ຂໍ​ຄວາມ​ຍຸດຕິ​ທຳ​ໃນ​ບັນຫາ​ການ​ຕິດຕາມ​ລັກ​ຟັງ​ທີ່​ເກີດ​ຂຶ້ນ. ​ແຕ່​ໃນ​ວັນ​ທີ 29 ຕຸລາ​ນີ້, ທ່ານ​ກິດ ອາ​ເລັກ​ຊັນ​ເດີ, ຫົວໜ້າ​ກົມ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ເປັນ​ພະຍານ​ຢູ່​ລັດຖະສະພາອາ​ເມ​ລິ​ກາ ​ໂດຍ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ເອີຣົບລາຍ​ງານ​ຂ່າວ​ກ່ຽວ​ກັບ​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາທີ່​ຕິດຕາມ​ລັກ​ຟັງ​ໂທລະສັບ​ຂອງ​ພົນລະ​ເມືອງ​ເອີຣົບ​ນັ້ນ ​ແມ່ນ​​ເລື່ອງ​ທີ່ຜິດພາດ​​. ທ່ານ​ຍັງໄດ້ປະຕິ​ເສດ​ວ່າ​ ໂຄງການ​ຕິດຕາມລັກ​ຟັງ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ແນ​ໃສ່​ພົນລະ​ເມືອງ​ເອີຣົບ, ​ແຕ່​ທ່ານບໍ່​ໄດ້​ກ່າວ​ເຖິງ​ລາຍ​ລະອຽດ​ແຕ່​ຢ່າງ​ໃດ.