ນັບ​ລວມ​ແລ້ວຈີນໄດ້ສົ່ງພະນັກງານ​ການ​ແພດ2ໝື່ນ3000​ເທື່ອ​ຄົນໄປ66ປະເທດແລະ​ເຂດ​ແຄ້ວ​ນ

(GMT+08:00) 2013-10-30 18:15:39     cri
ຕາມຂ່າວCRI: ວັນທີ30ຕຸລານີ້, ທ່ານເຢີນໝິງຫຸຍ, ຫົວໜ້າ​ກົມ​ສາກົນ​​ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ແຜ​ນຄອບຄົວການ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ​ນີ້, ນັບ​ລວມ​ແລ້ວຈີນ​ໄດ້​ສົ່ງພະນັກງານ​ການ​ແພດ​2​ໝື່ນ3000​ເທື່ອ​ຄົນ​ໄປ66ປະ​ເທດ​ແລະ​​ເຂດ​ແຄ້ວ​ນ.

ຂ່າວ​ແຈ້ງວ່າ, ນອກຈາກ​​ສົ່ງ​ທິມປິ່ນປົວ​​ໄປຊ່ວຍ​ເຫຼືອຕ່າງປະ​ເທດ​ແລ້ວ, ຈີນ​ຍັງ​ໄດ້​ບໍລິຈາກ​ອຸປະກອນ​ການ​ແພດ​ແລະ​ຢາ​ປິ່ນປົວ, ກໍ່ສ້າງ​ໂຮງໝໍ​ແລະ​ອົງການ​ສາທາລະນະ​ສຸກ​ອື່ນໆ, ​ເຝິກອົບຮົມບຸກຄະລາ​ກອນ​ດ້ານວິຊາ​ສາທາລະນະ​ສຸກ, ​ໃຫ້ການ​ສະໜັບສະໜູນ​ດ້ານ​​ເງິນ​ທຶນ​ແລະ​ເຕັກ​ໂນ​ໂລ​ຊີ​​​ໃຫ້​ແກ່ປະ​ເທດ​ທີ່​ກຳລັງ​ພັດທະນາ​​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ກຳລັງ​ພັດທະ ນາ​ຂອງທະວີບອາ​ຟຼີກາ. ທ່ານ​ເຢີ​ນໝິງຫຸຍ​ຊີ້​ອອກ​ວ່າ, ​ໃນ​ຊຸມປີ​ມໍ່​ໆມາ​ນີ້, ການ​ຮ່ວມ​ມື​​ໃນ​ດ້ານ​ນີ້ໄດ້​ຂະຫຍາຍຕົວ​ໄປ​ຮອດ​ຂົງ​ເຂດ​ສາທາລະນະ​ສຸກການ​ຄວບ​ຄຸມພະ​ຍາດອະຫິວາ, ການ​ບຳລຸງ​ຮັກສາສຸຂະພາບ​ຂອງແມ່​ແລະ​ເດັກ​ແລະອື່ນໆ​.

ທ່ານ​ເຢີ​ນໝິງຫຸຍ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ສະໜັບສະໜູນ​​ແລະ​ສົ່ງ​ເສີມ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ​ມູນ​ນິທິ​ແລະ​ວິ​ສາ​ຫະກິດ​​ເຂົ້າ​ຮ່ວມ, ຕັ້ງ​ໜ້າຄົ້ນຄວ້າການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ແລະ​ອົງການ​ຈັດ​ຕັ້ງສາກົນ​ອື່ນໆ, ປະຕິບັດ​ມາດ​ຕະການ​ໃໝ່​​​ໃນ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກກັບປະ​ເທດ​ອາ​ຟຼິກາ.