ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າຈີນ​ຈະສືບຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ກົນ​ໄກ 6 ປະ​ເທດ​​ເພື່ອ​ຊຸກຍູ້​ການແກ້​ໄຂ​ບັນຫາ​ນິວ​ເຄຼຍອິຣານ​ໂດຍ​ສັນຕິ​

(GMT+08:00) 2013-10-30 18:47:18     cri
ຕາມ​ຂ່າວCRI: ວັນ​ທີ 30 ຕຸລາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງທ່ານ​ສີ​ຈິ້ນ​ຜິ​ງ, ປະ​ທານ​ປະ​ເທດ​ຈີ​ນ​ໄດ້​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ອາລີ ລາ​ລີ​ຈາ​ນີ, ປະທານສະພາ​ອິສລາມຂອງ​ອີຣານທີ່​​ມາ​ຢ້ຽມຢາມ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນຫາ​ນິວ​ເຄຼຍອີຣານທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງອີຣານ​ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ຈະ​ສືບ​ຕໍ່ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນໃນ​ກົນ​ໄກ 6 ປະ​ເທດ​ເພື່ອຊຸກຍູ້​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ໂດຍ​ສັນຕິ​.