ສະຖານທູດ​ຈີນ​ປະ​ຈໍາ​ລາວຈະ​ສືບ​ຕໍ່ທໍາ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມືດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະ​ຫວ່າງ​ຈີນ-ລາວໃນ​ຂົງ​ເຂດ​ການ​ສຶກສາ

(GMT+08:00) 2013-10-30 14:47:18     cri

ຕອນບ່າຍວັນ​ທີ 29 ຕຸລາ​ນີ້, ທ່ານ​ກວ່າ​ນຮວາ​ປິ່ງ, ​ເອອັກຄະ​ລັດ​ຖະທູດຈີນ​ປະ​ຈໍາ​ລາວ​ກ່າວ​ວ່າ, ສະຖານທູດ​ຈີນ​ປະ​ຈໍາ​ລາວຈະ​ສືບ​ຕໍ່ທໍາ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ວຍໄມຕີ​ຈິດ​ມິດຕະພາບ​ລະ​ຫວ່າງ​ຈີນ-ລາວໃນ​ຂົງ​ເຂດ​ການ​ສຶກສາ.

ທ່ານ​ກວ່າ​ນຮວາ​ປິ່ງ​​ໄດ້​ກ່າວ​ຄວາມ​ເວົ້າ​ດັ່ງກ່າວ​​​ໃນໂອ​ກາດ​ພົບ​ປະ​ກັບ ສ.ຈ ດຣ. ສຸກ​ກົງ​ແສງ ​ໄຊ​ຍະ​​ເລີດ, ອະທິການ​ບໍດີ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ. ​ໃນ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສ​ອງປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກສາ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ມະຫາ​ວິທະຍາ​ໄລ​ຂອງ​ສອງ​ປະ​ເທດ ​ແລະ​ຍັງ​ໄດ້​ກ່າວ​ວ່າ​ຈະ​ຮ່ວມ​ກັນ​ທໍາ​ຄວາມ​ພະຍາຍາ​ມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນຂົງ​ເຂດ​ນີ້​​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕື່​ມອີກ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານກວ່າ​ນຮວາ​ປິ່ງ​ແລະ​ທ່ານ​ອະທິການ​ບໍດີ​ສຸກ​ກົງ​ແສງ​ຍັງ​ໄດ້​ໄປ​ຢ້ຽມຢາມ​ນັກ​ສຶກສາ​ແລະ​ຄູ​ອາຈານ​ຂອງ​ສະ​ຖາ​ບັນ​ຂົງຈືລາວ ​ແລະ​ນັກ​ສຶກສາ​ຈີ​ນທີ່​ກໍາລັງ​ສຶກສາຢູ່​ມະຫາ​ວິທະຍາ​​ໄລ​​ແຫ່ງ​ຊາດ​ລາວ.