​ເວທີ​ປຶກສາ​ຫາລື​ສະມາຄົມ​ອຸດສາຫະກໍາ​ການ​ຄ້າ​ໂລກ​ຄັ້ງ​ທີ 4 ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-10-30 14:49:02     cri

ວັນ​ທີ 29 ຕຸລາ​ນີ້, ເວທີ​ປຶກສາ​ຫາລື​ສະມາຄົມ​ອຸດສາຫະກໍາ​ການ​ຄ້າ​ໂລກ​ຄັ້ງ​ທີ 4 ​ໄດ້ຈັດ​ຂຶ້ນ​ຢູ່ສູນ​ປະຊຸ​ມ​ແຫ່ງ​ຊາດ ນະຄອນຫລວງ​ປັກ​ກິ່ງຂອງ​ຈີນ. ຫົວ​ຂໍ້​ຕົ້ນຕໍ​ຂອງເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ແມ່ນ​ "ການ​ຮ່ວມ​ມື​ທີ່​ໄວ້​​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ", ຈຸດປະສົງ​ແມ່ນ​ສ້າງ​ເວທີການ​ເຈລະຈາ​ແລະການ​ປຶກສາ​ຫາລື​ໃຫ້​ແກ່ສະມາຄົມ​ອຸດສາຫະກໍາ​ການ​ຄ້າຂ​ອງ​ໂລກ ​ເພື່ອ​ຫລຸ​ດຜ່​ອນຄວາມ​ຂັດ​ແຍ້​ງດ້ານ​ການ​ຄ້າ​ສາກົນ, ຄົ້ນຄວ້າ​ພິຈາລະ​ນາ​ກ່ຽວ​ກັບ​ບັນຫາ​​ເສດຖະກິດ​ສາກົນ ​ແລະຄົ້ນຄວ້າ​ພິຈາລະ​ນາຊ່ອງ​ທາງ​ແກ້​ໄຂ​ແລະ​ສະ​ເໜີ​ມາດ​ຕະການ​ການ​ຮ່ວມ​ມື​ໃນ​​ບາງ​ຂະ​​ແໜ​ງການ.

ໃນ​ເວລາ​ກ່າວ​ປາຖະກະຖາ​ໃນເວທີ​ປຶກສາ​ຫາລືຄັ້ງ​ນີ້, ທ່ານ​ຫລີ​ຢີ້ຈົ່ງ, ປະທານ​ສະມາຄົມຮ່ວມ​​ເສ​ດ​ຖະກິດ​ອຸດສາຫະກໍາ​ຈີນ ຊີ້​ອອກ​ວ່າ, ​ເສດຖະກິດ​ຈີນ​​​ແມ່ນ​ດີ​ສົມຄວນ​​ໃນ​ດ້ານພື້ນຖານ ​ແລະ​ປາກົດ​ມີ​ລັກສະນະ​ຂັ້ນ​ຕອນ​ໃໝ່. ​ໃນ​ອະນາຄົດ, ອຸດສາຫະກໍາ​ຈະ​ຍັງ​ເປັນ​ກໍາລັງ​ຕົ້ນຕໍ​ຂອງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ຈີນ, ​ແຕ່​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ສໍາຄັນ​ທີ່​ຕ້ອງ​ຫັນ​ປ່ຽນ​ຮູບ​ແບບ​ແລະ​ຍົກ​ລະດັບຂຶ້ນ, ການຍົກສູງ​ຄຸນ​ນະພາ​ບ​ແລະ​ເພີ່ມ​ທະວີ​ປະ​ສິດທິ​ຜົນ​​​ເປັນທາງເລື​ອກທີ່​ຈໍາ​ເປັນ​ ທິດທາງ​ການ​ພັດທະນາ​ໃນ​ການ​ຫັນ​ປ່ຽນ​ຮູບ​ແບບ​ແລະ​ຍົກ​ລະດັບຂອງ​ເສດຖະກິດ​ອຸດສາຫະກໍາ​ຈີນ.

ຜູ້​ນໍາ​ສະມາຄົມ​ຂະ​ແໜງ​ການ, ນັກວິຊາການ, ປະທານ​ບໍລິສັດ​ຂ້າມ​ຊາດ 300 ກວ່າ​ທ່ານ​ທີ່​ມາ​ຈາກ 30 ກວ່າ​ປະ​ເທດ​ແລະ​ພາກ​ພື້ນ​ໄດ້​ປະຊຸມຮ່ວ​ມ​ກັນ​ເພື່ອ​ປຶກສາ​ຫາລື​ແລະ​ແລ​ກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ແລະ​ບົດຮຽນ​ເຊິ່ງກັນ​ແລະ​ກັນ.