ທ່ານ​ບຼາຮິ​ມີ​ກ່າວ​ວ່າ ຂະ​ບວນການ​ຂ້າມ​ຜ່ານ​ຂອງ​ຊີຣີ​ແມ່ນກໍານົດໂດ​ຍຝ່າຍ​ຕ່າງໆ​ຂອງ​ຊີຣີ​ເທົ່າ​ນັ້ນ

(GMT+08:00) 2013-10-30 14:50:06     cri

ວັນ​ທີ 29 ຕຸລາ​ນີ້, ທ່ານ​ລັກ​ດາ ​ບຼາຮິ​ມີ, ຜູ້ຕາງໜ້າ​ພິ​ເສດ​ຮ່ວມ​ວິ​ກິດ​ການ​ຊີຣີຂອງ​ອົງການ​ສະຫະ​ປະຊາ​ຊາດ-ສັນນິບາດ​ອາຣັບທີ່​ກໍາລັງເດີນ​ທາງ​ໄປ​ຢ້ຽມຢາມຊີຣີກ່າວ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີ​ແມ່ນ​ຜູ້​ກໍານົດຂະ​ບວນການ​ຂ້າມ​ຜ່ານ​ຂອງ​ຊີຣີ​. ​ມື້​ດຽວ​ກັນ, ທ່ານ​ບຼາຮິ​ມີໄດ້ພົບປະກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຊີຣີ ​ເຊັ່ນ ທ່ານວາລິດ ມູອາເລມ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີ​ວ່າການ ​ກະຊວງການຕ່າງປະເທດຊີຣີ, ທ່ານ​ອາລີ ​ໄຮ​ດາ, ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານ​ຊົນ​ເຜົ່າຊີຣີ ​ແລະ​ທ່ານ​​​ຟາຍ​ຊານ ​ເມັກ​ດາດ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ກ່ຽວ​ກັບ​ວຽກ​ງານ​ກອງ​ປະຊຸມ​ສາກົນ​ເຊີ​ແນວ​ວ່າ​ດ້ວຍ​ບັນຫາ​ຊີຣີ ​ແລະ​ໄດ້​ຈັດການ​​ເຈລະຈາ​ກັບຜູ້ຕາງໜ້າ​ຝ່າຍ​ຕໍ່​ຕ້ານ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຊີຣີ​ເຊັ່ນອົງການ​ປະສານ​ງານ​ກໍາລັງ​ປະຕິ​ຮູບ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ຊີຣີ ​ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ, ​ໃນ​ການ​ເຈລະຈາ​ກັບ​ທ່ານບຼາຮິ​ມີ, ທ່ານ​ມູອາ​ເລ​ມ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຊີຣີ​ໄດ້ກ່າວ​ຢໍ້າວ່າ, ຝ່າຍ​ຊີຣີຈະ​​ເຂົ້າ​ຮ່ວມການ​ເຈລະຈາ​ເຊີ​ແນວຄັ້ງ​ທີ​ 2, ​ແຕ່​ທ່ານ​ຍັງ​ໄດ້​ກ່າວ​ເນັ້ນ​ວ່າ, ປະຊາຊົນ​ຊີຣີຈະ​ບໍ່​ຍອມຮັບ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ​ທຸກ​ຮູບ​ການ, ການວາງ​​ແຜນ​ກ່ຽວ​ກັບ​ອະນາຄົດ​ດ້ານ​ກາງ​ເມືອງ​ຂອງ​ຊີຣີ​ແລະ​ການ​ເລືອກ​ຕັ້ງ​ຜູ້​ນໍາ​ຊີຣີ​ເປັນ​ສິດ​ພິ​ເສດ​ຂອງ​ປະຊາຊົນ​ຊີຣີ.