ຮອງ​ປະທານ​ຄະນະ​ກໍາມະການການ​ທະຫານ​ສູນ​ກາງ​ຈີນ​ພົບ​ປະ​ກັບ​ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ

(GMT+08:00) 2013-10-30 17:32:36     cri

ວັນ​ທີ 30 ຕຸລາ​ນີ້, ທ່ານ​ຟ້າ​ນຊາງ​ລຸງ, ຮອງ​ປະທານ​ຄະນະ​ກໍາມະການການ​ທະຫານ​ສູນ​ກາງ​ຈີນ​ໄດ​ພົບ​ປະ​ກັບ​ທ່ານ​ຮິ​ຊາ​ມູດິນ ຮູ​​ແຊນ, ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດມາ​ເລ​ເຊຍຢູ່​ນະຄອນຫລວງ​ປັກ​ກິ່ງ​ຂອງ​ຈີນ.

ທ່ານຟ້າ​ນຊາງ​ລຸງກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ-ມາ​ເລ​ເຊຍ​ໄດ້​ຖືກ​ຍົກ​ລະດັບ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​​ແລ​ກປ່ຽນ​ກັນ​ຢ່າງ​ໃກ້ຊິດ, ສະ​ໜັບສະ​ໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນຫາ​ທີ່​ກ່ຽວ​ພັນກັບ​ຜົນ​ປະ​​ໂຫຍ​ດ​​ໃຈກາງ​ຂອງ​ແຕ່ລະ​ຝ່າຍ​, ​ເອົາ​ໃຈ​ໃສ່​ສິ່ງ​ທີ່​ສອງ​ຝ່າຍ​ໃຫ້​ຄວາມ​ສໍາຄັນ​ເຊິ່ງກັນ​ແລ​ະກັນ, ​ແກ້​ໄຂ​ບັນຫາ​ທີ່​ອ່ອນ​ໄຫວ​ຢ່າງ​ເໝາະ​ສົມ, ສອງ​ກອງທັບ​ຈີນ-ມາ​ເລ​ເຊຍ​ຄວນ​ຍຶດໝັ້ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ຄວາ​ມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ, ທໍາ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດ​ໃຫ້ພັດທະນາ​ຢ່າງຮອບດ້ານ ​ແລະ​ຮັກສາ​ສັນຕິພາບ​ແລະສະ​ຖຽນລະ​ພາບ​ຂອງພາກ​ພື້ນກໍ​ຄື​ສາກົນ.

ທ່ານ​ຮິ​ຊາ​ມູດິນກ່າວ​ວ່າ, ມາ​ເລ​ເຊຍ​ກັບ​ຈີນ​​ເປັນ​ປະ​ເທດ​​ບ້ານ​ໃກ້​ເຮືອນຄຽງທີ່​ດີ, ກອງກໍາລັງ​ປະກ​ອບອາວຸດ​ມາ​ເລ​ເຊຍ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​​ໄປມາຫາສູ່​ແລະ​ແລກປ່ຽນ​ ​ກັນ​ກັບ​ກອງທັບ​ຈີນ, ຮັດ​ແໜ້ນ​ການ​ຮ່ວມ​ມື, ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ພັດທະນາ​ຢ່າງຮອບດ້ານ.

ວັນ​ທີ 29 ຕຸລາ​ນີ້, ທ່ານ​ຊາງ​ວ້ານຊວນ, ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້​ອງກັນ​ປະ​ເທດ​ຈີນ​ກໍ​ໄດ້​ພົບ​ປະເຈລະຈາ​ກັບ​ທ່ານຮິ​ຊາ​ມູດິນ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ.