ກອງ​ປະຊຸມ​​ໃຫຍ່​ອົງການ​ສະ​ຫະ​​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ມະຕິ​​ເປັນ​ເວລາ 22 ປີ​ລຽນຕິດ​ໂດຍ ​ຮຽກຮ້​ອງ​ໃຫ້​ອາ​ເມ​ລິ​ກາຍົກ​​ເລີກ​ການ​ປິດ​ລ້ອ​ມຕໍ່​ກູ​ບາ

(GMT+08:00) 2013-10-30 17:57:07     cri

ວັນ​ທີ 29 ຕຸລາ​ນີ້, ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ 68 ​ຂອງອົງການ​ສະ​ຫະ​​ປະ​ຊາ​ຊາດ​ໄດ້​ຜ່ານມະຕິດ້ວຍ​ບັດ​ເຫັນ​ດີຫລາຍ​ຖ້ວມ​ທົ້ນ​ໂດຍຮຽກຮ້​ອງ​ໃຫ້​ອາ​ເມ​ລິ​ກາຍົກ​​ເລີກ​ການ​ປິດ​ລ້ອ​ມດ້ານ​ເສດຖະກິດ, ການ​ຄ້າ​ແລະ​ການ​ທະນາຄານ​ຕໍ່​ກູ​ບາເປັນ​ເວລາ​ເຄິ່ງສະຕະ​ວັດ​ໂດຍ​ທັນ​ທີ່. ນີ້​ແມ່ນ​ກອງ​ປະຊຸມ​​ໃຫຍ່​ອົງການ​ສະ​ຫະ​​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ມະຕິ​ປະ​ເພດ​ນີ້ຢ່າງ​ລຽນຕິດ​ເປັນ​ເລ​ລາ 22 ປີມາ​ແລ້ວ.

ໃນມະຕິ​​ໄດ້ກ່າວ​ວ່າ, ກອງ​ປະຊຸມ​​ໃຫຍ່​ອົງການ​ສະ​ຫະ​​ປະ​ຊາ​ຊາດ​ໄດ້​ຮຽກຮ້ອງ​ໄປ​ເຖິງປະ​ເທດຕ່າງໆ​ບໍ່​ຄວນປະກາດນໍາ​ໃຊ້​ແລະປະຕິບັດ​ກົດໝາຍ​ແລະ​ມາດ​ຕະການ​ປະ​ເພ​ດນີ້, ພ້ອ​ມກັນນັ້ນ, ​ເຕືອນ​ໃຫ້​ປະ​ເທດ​ທີ່​ມີ​ແລະປະຕິບັດກົດໝາຍ​ແລະ​ມາດ​ຕະການ​ປະ​ເພ​ດນີ້​ໃຫ້ນໍາ​​ໃຊ້​ບາດກ້າວທີ່​ຈໍາ​ເປັນ​ໂດຍ​ອີງ​ຕາມ​ລະບຽບ​ກົດໝາຍ​ຂອງ​ປະ​ເທດຕົນ ​ເພື່ອ​ຍົກ​ເລີກ​ແລະ​ລົບລ້າງກົດໝາຍ​ແລະ​ມາດ​ຕະການດັ່ງກ່າວ.

ກ່ອນຈະ​ລົງ​ຄະ​ແນນ​ສຽງ, ທ່ານ​ຫວາງ​ໝິນ, ຮອງ​ຜູ້​ຕາງໜ້າຖາວອນ​ຂອງ​ຈີນ​ປະ​ຈໍາ​ອົງການ​ສະ​ຫະ​​ປະ​ຊາ​ຊາດກ່າວ​ວ່າ, ການ​ປິດ​ລ້ອ​ມດ້ານ​ເສດຖະກິດ, ການ​ຄ້າ​ແລະ​ການ​ທະນາຄານ​ຂອງ​ອາ​ເມ​ລິ​ກາ​ຕໍ່​ກູ​ບາ​ໄດ້​ເປັນ​ການລະ​ເມີດ​ວັດຖຸປະສົງ, ຫລັກການຂອງ​ກົດ​ບັດ​ອົງການ​ສະຫະ​ປະຊາ​ຊາດ ແລະ​ມະຕິ​ທີ່​ກ່ຽວຂ້ອງຂ​ອງ​ກອງ​ປະຊຸມ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ, ​ໄດ້​ທໍາລາຍ​ເສດຖະກິດ​ກູ​ບາ​ຢ່າງ​ຮ້າຍ​ແຮ​ງ ​ແລະ​​ເຮັດ​ໃຫ້​ປະຊາຊົນ​ກູ​ບາ​ປະສົບ​ຄວາມ​ຫຍຸ້ງຍາກຢ່າງ​ຫລວງຫລາຍ. ຈີນ​ເຕືອນ​​ໃຫ້ອາ​ເມ​ລິ​ກາ​ຢຸດຕິ​ການ​ປິດ​ລ້ອມ​ຕໍ່​ກູ​ບາ​ໂດຍ​ໄວ.

ນ​ອກນີ້, ​ໃນກອງ​ປະຊຸມ​​ໃຫຍ່​ອົງການ​ສະ​ຫະ​​ປະ​ຊາ​ຊາດ​ຄັ້ງ​ນີ້, ຜູ້​ຕາງໜ້າ​ຂ​ອງອົງການ​ແລະ​ປະ​ເທດ​ຕ່າງ​ໆ​ ​ເຊັ່ນ "ກຸ່ມ 77 ປະ​​ເທດ+ຈີນ", ຂະ​ບວນການ​ບໍ່​ຮ່ວມກຸ່ມ ຫລື NAM, ອົງການ​ຮ່ວມ​ມື​ອິດ​ສະ​ລາມ, ປະຊາ​ຄົນ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ແລະ​ປະ​ເທ​ດຂົງ​ເຂດກາຣິບຽນ​ແລະ​ອື່ນໆໄດ້​ປະກອ​ບຄໍາ​ຄິດ​ຄໍາ​ເຫັນ ​ໂດຍ​ໄດ້ເຕືອນ​​ໃຫ້ອາ​ເມ​ລິ​ກາຍຸດຕິ​ການ​ປິດ​ລ້ອມ​ຕໍ່​ກູ​ບາ​ໂດຍ​ທັນ​ທີ່​.