ຄຳອວຍພອນຂອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ

(GMT+08:00) 2013-10-31 11:12:41     cri

    ບັນດາທ່ານທີ່ນັບຖື!

    ເປັນທີ່ຮູ້ຈັກກັນດີແລ້ວວ່າ: CRI FM 93.0 MHz ຊື່ງແມ່ນເຄືອຄ່າຍສົ່ງສັນຍານຕໍ່ແຫ່ງທຳອິດຂອງ CRI ແຫ່ງປະເທດຈີນໃນ
ຂົງເຂດອາຊຽນໄດ້ສ້າງຕັ້ງຂື້ນແລະເປີດການນຳໃຊ້ໃນສປປລາວໃນວັນທີ 19 ພະຈິກ 2006,  ໂດຍໃຫ້ກຽດເຂົ້າຮ່ວມກົດປຸ່ມການ
ນຳໃຊ້ຂອງທ່ານ ຈູມມາລີ ໄຊຍະສອນປະທານປະເທດລາວເຮົາ ແລະ ທ່ານ ຫູຈິນທ່າວ ປະທາດປະເທດຈີນ. ບົນຈິດໃຈທີ່ວ່າ
ຍຶດໝັ້ນຫຼັກການແນວທາງຂອງຈີນ ທີ່ແນະນຳຈີນສູ່ໂລກ, ແນະນຳໂລກສູ່ຈີນ ແລະ ແນະນຳໂລກສູ່ໂລກ, ເພີ່ມທະວີສາຍພົວພັນ
ແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ນັບມື້ແໜ້ນແຟ້ນຂື້ນກວ່າເກົ່ານັ້ນ, ໃນຕະຫຼອດ
ໄລຍະ 7 ປີຜ່ານມານີ້, ຂ້າພະເຈົ້າເຫັນວ່າ CRI FM 93.0 MHz ທີ່ນະຄອນຫຼວງວຽງຈັນ ໄດ້ຮັບການພັດທະນາໃນລະດັບໄວສົມ
ຄວນ. ໃນນີ້, ນັບທັງການບໍາລຸງຍົກລະດັບບຸກຄະລາກອນ. ການປັບປຸງເນື້ອໃນລາຍການໃຫ້ມີສາລະໜ້າຮູ້ເປັນປະໂຫຍດແລະດືງ
ດູດຜູ້ຟັງນັບມື້ນັບ ຫຼາຍຂື້ນແລະກ້ວາງຂວາງ, ແລະໄດ້ຮັບຄວາມນິຍົມຈາກປະຊາຊົນລາວ ແລະ ປະຊາຊົນຈີນເປັນຢ່າງດີ.

ບັນດາທ່ານຖ້າເວົ້າເຖິງຄວາມຮຽກຮ້ອງຕ້ອງການຂອງຜູ້ຟັງແລ້ວ, ໃນແຕ່ລະໄລຍະກໍ່ມີຄວາມແຕກຕ່າງກັນທາງດ້ານປະລິມານແລະ
ຄຸນນະພາບ. ສະນັ້ນ, ໃນຕໍ່ໜ້ານີ້, ປີ 2015 ລາວກໍ່ຈະເຂົ້າຮ່ວມປະຊາຄົມອາຊຽນແລ້ວ ແລະ ຈາກນັ້ນໄປ 2016-2020 ລາວກໍຈະ
ກ້າວເຂົ້າສູ່ບາດລ້ຽວປະຫວັດສາດທາງດ້ານການພັດທະນາ ແລະຄວາມຮຽກຮ້ອງຕ້ອງການໃໝ່ຄື: ເລີ່ມຕົ້ນປະຕິບັດແຜນພັດທະນາ
ເສດຖະກິດສັງຄົມ 5 ປີ ຄັ້ງທີ VIII ຂອງລັດ ແລະ ຮອດປີ 2020 ແມ່ນເອົາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ.
ສ່ວນ ສປ. ຈີນກໍ່ແມ່ນພາຍໄຕ້ການນຳພາຂອງ ສູນກາງພັກຄອມມູນິດຈີນ, ປະຊາຊົນຈີນກໍາລັງບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນ
ຂອງຄົນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຄືນໃໝ່ໃນຊຸມປີຕໍ່ໄປ,ແມ່ນຄວາມໃຝ່ຝັນທີ່ສະແຫວງຫາສັນຕິພາບ,
ການພັດທະນາ ແລະ ການຮ່ວມມື ແລະ ມີໄຊຊະນະຮ່ວມກັນເຊິ່ງເປັນການສອດຄ້ອງກັບຄວາມໄຝ່ຝັນຂອງປະຊາຊົນລາວທີ່ຢາກ
ໃຫ້ປະຊາຊົນມີຄວາມຜາສຸກ, ຮັ່ງມີ, ປະເທດຊາດເຂັ້ມແຂງຈະເລີນຮຸ່ງເຮືອງປະກອບສ່ວນອັນສຳຄັນເຂົ້າໃນພາລະກິດສັນຕິພາບແລະ
ການພັດທະນາຂອງພາກພື້ນນີ້ຕະຫຼອດໄປ. ຍ້ອນແນວນັ້ນ ເລີ່ມແຕ່ບາດກ້າວຫົວທີໄປ. ຄືວັນທີ 19 ພະຈິກ 2013, CRI FM 93.0
MHz ກໍ່ຈະຍົກປະມານອອກອາກາດຈາກ 12 ຊົ່ວໂມງເຄິ່ງຕໍ່ວັນ ມາເປັນ 19 ຊົ່ວໂມງຕໍ່ວັນ ເຊິ່ງເປັນການພັດທະນາຍົກລະດັບແບບ
ກ້າວກະໂດດຂຶ້ນ. ທັງນີ້, ກໍ່ເພື່ອຕອບສະໜອງກັບສະພາບການພັດທະນາທີ່ມີການປ່ຽນແປງໃໝ່. ດັ່ງທີ່ໄດ້ເວົ້າມາໃນເບື້ອງຕົ້ນນັ້ນໃຫ້
ມີຄວາມຖືກຕ້ອງສອດຄ່ອງກັບສະພາບການໃໝ່. ໃນນາມໜື່ງໃນບັນດາ ຜູ້ທີ່ຕິດຕາມຮັບຟັງແລະປັນຜູ້ຊ່ວຍເຫຼືອ CRI FM 93.0
MHz,  ຂ້າພະເຈົ້າຖືວ່າ ການພັດທະນາ CRI FM 93.0 MHz ແມ່ນມີຄວາມໝາຍສໍາຄັນຫຼາຍ ໃນການຍົກລະດັບໃຫ້ຂໍ້ມູນຂ່າວສານ,
ສະຖານະການ, ສາລະໜ້າຮູ້ແກ່ຜູ້ຟັງທີ່ນັບມື້ນັບ ມີລະດັບສູງຂື້ນໃນຫຼາຍລະດັບທີ່ແຕກຕ່າງກັນ. ແນ່ນອນໄປກັບທ່າແຮງທີ່ມີແລະຈຸດດີ
ທີ່ພ້ອມນັ້ນກໍ່ອາດຍັງມີອຸປະສັກຫຼາຍຢ່າງທີ່ບໍ່ອາດຫຼີກລ້ຽງໄດ້ເປັນຕົ້ນແມ່ນກຳລັງແຮງຂອງບຸກຄະລາກອນທີ່ຄວາມສາມາດຍັງມີຈຳກັດ,
ລະດັບຄວາມຮູ້ຄວາມສາມາດ, ພອນສະຫວັນ ແລະ ພອນສະແຫວງຍັງບໍ່ທັນພຽງພໍເທື່ອ ເຊິ່ງຕ້ອງໄດ້ເພິ່ງພາຈາກ ພາກສ່ວນອື່ນທີ່ບໍ່
ທັນແມ່ນມືອາຊີບປານໃດນັ້ນອາດຍັງເປັນໄປໄດ້. ໂດຍສະເພາະແມ່ນ ການໃຊ້ສັບ, ສຳນວນຄວາມເວົ້າເປັນພາສາລາວ.

    ສະນັ້ນ, ທັງໝົດນັ້ນ ມັນຮຽກຮ້ອງໃຫ້ຄະນະອຳນວຍການ, ພະນັກງານ ທຸກຄົນຈະຕ້ອງໄດ້ຍົກສູງຄວາມຮັບຜິດຊອບຂື້ນຕື່ມອີກບາດ
ກ້າວໜື່ງ, ເປັນການຮຽກຮອງ ໃຫສືບຕໍ່ຍົກລະດັບຄວາມຮູ້, ບົດຮຽນປະສົບການແລະມີການປັບປຸງເຕັກນິກການຈັດ ລາຍການ, ນັບທັງ
ເນື້ອໃນການລົງທືນເຂົ້າໃສ່ການຜະລິດ ແນໃສ່ເຮັດໃຫ້ຜະລິດຕະພັນ ມີຄຸນນະພາບເປັນທີ່ຍອມຮັບ ແລະ ສາມາດແຂ່ງຂັນກັບສະຖານີ
ອື່ນໆພາຍໃນທະເທດ ແລະ ຂົງເຂດ.

    ໃນນາມຜູ້ປະສານງານກັບ CRI FM 93.0 MHz ໃນນາມສ່ວນຕົວແລະໃນນາມວິທະຍຸກະຈາຍສຽງແຫ່ງຊາດລາວຂ້າພະເຈົ້າຂໍ
ອວຍພອນໃຫ້ CRI FM 93.0 MHz ທີ່ຂະຫຍາຍເວລາອອກອາກາດຈາກ 12 ຊົ່ວໂມງເຄິ່ງຕໍ່ວັນ ມາເປັນ 19 ຊົ່ວໂມງຕໍ່ວັນຄັ້ງນີ້
ຈົ່ງຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ,  ອວຍພອນໃຫ້ຫົວໜ້າ ວິທະຍຸສາກົນແຫ່ງປະເທດຈີນ ພ້ອມດ້ວຍພະນັກງານນັກ
ຂ່າວ, ໂຄສົກ, ນາຍຊ່າງເຕັກນິກທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈຕະຫຼອດໄປ ແລະ ອວຍພອນໃຫ້ຜູ້ຟັງ
CRI FM 93.0 MHz ແລະ ຜູ້ອ່ານວາລະສານພາເພີນ ທັງຫຼາຍ ມີຄວາມສຸກປະສົບຜົນສຳເລັດໃນຊີວິດ ແລະ ການງານທຸກປະການ.