​ເຈົ້າໜ້າ​ທີ່​ຕຳຫຼວດຈີນ​ທັບ​ມ້າງຄະດີຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍດ້ວຍ​ຄວາມ​ຮຸນ​ແຮງ​ຄັ້ງວັນ​ທີ 28 ຕຸລາ

(GMT+08:00) 2013-10-31 18:42:24     cri

​​ໂຄສົກ​ພະ​ແນ​ກຕຳຫຼວດນະຄອນຫຼວງປັກ​ກິ່ງ​ຖະ​ແຫຼງວ່າ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ກຳ ນົດ​ໃນ​ເບື້ອງ​ຕົ້ນວ່າ, ​ເຫດການ "28 ຕຸລາ" ​ແມ່ນ​ຄະດີຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ໄດ້​ວາງ​ແຜນ​ຢ່າງ​ລະອຽດລ່ວງ​ໜ້າ ​ແລະ ມີ​ການຈັດຕັ້ງ. ປັດຈຸບັນ ​ໄດ້​​ເກັບ​ກຳ​ສະພາບ​ທີ່​ກ່ຽວຂ້ອງ​ຂອງ​ຜູ້​ຖືກ​ສົງ​ໄສ​ໃນ​ເບື້ອງ​ຕົ້ນ​ ​ແລະຈັບ​ຕົວ​ຜູ້​ຖືກ​ສົງ​ໄສ 5 ຄົນ.

ພາຍຫຼັງ​ເກີດ​ເຫດການ​ມີ​ເຈດ​ຕະນາຂັບ​ລົດ​ແລ່ນຕຳ​ໃສ່​ຄົນ​​ເຮັດ​ໃຫ້​ມີຫຼາຍຄົນ​ເສຍ​ຊີວິດ​ແລະ​​ບາດ​ເຈັບ​ໃນ​ວັນ​ທີ 28 ຕຸລາ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດນະຄອນຫຼວງປັກ​ກິ່ງ​ໄດ້​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ, ​ໂດຍ​ໄດ້​ປະສານ​ງານ​ກັບ​ອົງການ​ຕຳຫຼວດທ້ອງ​ຖິ່ນຫຼາຍ​ແຫ່ງ​​ເພື່ອສືບ ສວນ-ສອບ​ສວນ​​ເຫດການຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ສືບ​ຮູ້​ວ່າ: ​ເວລາ 12 ​ໂມງ​ປາຍ​ຂອງ​ວັນ​ທີ 28 ຕຸລາ​ນີ້, ຜູ້​ຖືກ​ສົງ​ໄສ 3 ຄົນ​ໄດ້​ຂັບ​ລົດ​ຈິບ​ປ້າຍ​ທະບຽນ​ເຂດ​ຊິນ​ຈ່ຽງຄັນ​ໜຶ່ງ​ແລ່ນຜ່າເຂົ້າຖະໜົນ​ສາງ​ອານດ້ວຍ​ຄວາມ​ໄວ​ສູງ ​ແລະ ມີ​ເຈດ​ຕະນາ​ແລ່ນຕຳ​ໃສ່​ນັກ​ທ່ອງ​ທ່ຽວ​ຢູ່​ແຄມ​ທາງ, ​ເຮັດ​ໃຫ້​ມີ 2 ຄົນ​ເສຍ​ຊີວິດ, 40 ຄົນ​ບາດ​ເຈັບ. ຕໍ່​ມາ, ຜູ້​ຖືກ​ສົງ​ໄສ​ໄດ້​ຂັບ​ລົດ​ຕຳ​ໃສ່ຮາວ​ຂົວ​ຈິ່ນສູຍ​, ​ແລະ​ຈູດ​ນ້ຳມັນ​ແອັດ​ຊັງ​ທີ່​ວາງ​ໄວ້​ໃນ​ລົດ ​ເຮັດ​ໃຫ້​ລົດ​ຈິບ​ຄັນນັ້ນລຸກ​ໄໝ້, ຜູ້​ຖືກ​ສົງ​ໄສ 3 ຄົນ​ໃນ​ລົດ​ເສຍ​ຊີວິດ​ຄາ​ທີ່. ພາຍຫຼັງ​ເກີດ​​ເຫດການດັ່ງກ່າວ​ແລ້ວ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ຄົ້ນພົບ​ນ້ຳມັນ​​ແອັດ​ຊັງ​ໃນ​ລົດ​ແລະ​ເຄື່ອງອຸປະກອນ​ໃສ່​ນ້ຳມັນ​ແອັດ​ຊັງ, ພ້າ​​ສອງ​ດວງ, ທ່ອນ​ເຫຼັກ, ​ແລະ​ທຸງ​ທີ່​ພິມ​​ເນື້ອ​ໃນ​ກ່ຽວ​ກັບສາສະໜາ​ຫົວ​ຮຸນ​ແຮງ​ນຳ​ອີກ.

ພາຍ​ໃຕ້​ການ​ປະສານ​ສົມທົບ​ຢ່າງ​ແຂງ​ແຮງ​ຈາກ​ອົງການ​ຕຳຫຼວດ​ເຂດ​ຊິ່ນ​ຈ່ຽງ​ແລະ​ທ້ອງ​ຖິ່ນ​ອື່ນໆ, ​ເຈົ້າໜ້າ​ທີ່​ຕຳຫຼວດນະຄອນຫຼວງປັກ​ກິ່ງ​ໄດ້ຈັບ​​ຜູ້ຖືກ​ສົງ​ໄສ​ອີກ 5 ຄົນ​. ປັດຈຸບັນ, ​ເຈົ້າໜ້າທີ່​ຕຳຫຼວດກຳລັງດຳ​ເນີນການ​ສື​ບາ​ວນ-ສອບ​ສວນ​ໃນຄະດີ​ດັ່ງກ່າວຢູ່.