ສະພານິຕິບັນຍັດຮົງກົງຈີນຈະປຶກສາຫາລືກ່ຽວກັບມາດຕະການຂອງການລົງໂທດດ້ານເສດຖະກິດຕໍ່ຟີລິບປີນ

(GMT+08:00) 2013-10-31 17:54:39     cri

ຕາມຂ່າວCRI: ວັນທີ 6 ພະຈິກໜ້ານີ້, ສະພານິຕິ​ບັນຍັດ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນຈະ​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ຂອງ​ການລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ຟີ​ລິບ​ປີນ, ​ເຊິ່ງລວມທັງ​ການຈະ​ຢຸດຕິການຍົກ​ເວັ້ນວິຊາ​ເຂົ້າ​ແດນ​​ໃຫ້​ຊາວ​ຟີ​ລິບ​ປີນຫຼື​ບໍ່, ​​ເພື່ອ​ສ້າງ​ຄວາມ​ກົດດັນ​ຕໍ່​​ລັດຖະບານ​ຟີ​ລິບ​ປີນທີ່​ໄດ້​ປະຕິ​ເສດ​ໃນ​ການຂໍອະ​ໄພ​ນຳ​ເຫດການ​ຕົວ​ປະກັນ.

ຜູ້​ຕາງໜ້າ​ນະຄອນ​ຫຼວງ​ມາ​ນີລາຟີ​ລິບ​ປີນ​ໄດ້​ພົບ​ປະ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການ​ຕົວ​ປະກັນ​​ເປັນ​ຄັ້ງ​ທຳ​ອິດໃນ​ວັນ​ທີ 29 ຕຸລາ​ນີ້, ສອງ​ຝ່າຍ​ມີ​ຄວາມ​​ເຫັນ​ທີ່​ບໍ່​ລົງ​ລອຍ​ກັນກ່ຽວ​ກັບ​ການ​ຂໍອະ​ໄພ​, ການຈ່າຍ​​ເງິນຄ່າ​ທົດ​ແທນ​ແລະ​ບັນຫາ​ອື່ນໆ, ​ແລະບໍ່​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ. ທ່ານ​ນາງ​ເຢ້ລິວຊູ​ຢີ, ສະມາຊິກ​ສະພາ​ນິຕິບັນຍັດ​ທີ່​ສັງກັດ​ພັກ​ປະຊາທິປະ​ໄຕ​ໃໝ່​​ໄດ້​ສະ​ເໜີ​​ໃຫ້​ຍົກ​​ເລີກ​​ການຍົກ​ເວັ້ນວິຊາ​ເຂົ້າ​ແດນ​ຕໍ່​ຊາວ​ຟີ​ລິບ​ປີນ. ຖ້າ​ມີ​ຄວາມ​ຈຳ​ເປັນ, ກໍສາມາດຈຳກັດ​ວິຊາ​ເຮັດ​ວຽກນອກຈາກ​ແມ່​ບ້ານ​ແລະ​ວິຊາ​ການ​ຄ້າ​ຕໍ່​ຟີ​ລິບ​ປີນ.