ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່ຍີ່ປຸ່ນ​ທີ່​ສົ່ງ​ຍົນ​ແລະກຳ​ປັ່ນ​​ເຂົ້າ​ໃນ​ເຂດ​ຊ້ອມ ຮົບຂອງ​ຈີນ

(GMT+08:00) 2013-10-31 17:59:40     cri
ຕາມ​ຂ່າວCRI: ວັນ​ທີ 31 ຕຸລາ​ນີ້, ທ່ານ​ຢາງ​ຢູຈູ່ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ຍົນ​​ແລະກຳ​ປັ່ນຂອງ​ຍີ່ປຸ່ນ​ໄດ້​​ເຂົ້າ​​ໃນ​ເຂດ​ຊ້ອມຮົບ​ຂອງ​ຈີນ​ຢ່າງ​ບັງອາດ​ແລະ​ລົບ​ກວນ​ການ​ເຝິກຊ້ອມຂອງ​ຈີນ,  ​​​ແມ່ນການ​ກະທຳ​ທ້າ​ທາຍ​​ເກາະ​ຜິດ​ທີ່ມີ​ຄວາມ​ອັນຕະລາຍ​ຫຼາຍທີ່​ສຸດ, ກະຊວງ​ປ້ອງ​ກັນ​ປະ​ເທ​ດຈີນ​ໄດ້​​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຮຸນ​​ແຮງ​ຕໍ່​ຍີ່ປຸ່ນ​ແລ້ວ.