ເມືອງ​ຊຽນກົວ​ແຂວງ​ຈີ​ລີ​ນຈີນ​ເກີດ​​ແຜ່ນດິນ​ໄຫວ​ເຮັດ​ໃຫ້​ມີ10ຄົນ​ບາດ​ເຈັບ

(GMT+08:00) 2013-10-31 18:09:48     cri
ຕາມ​ຂ່າວCRI: ຕາມ​ການ​ວັດ​ແທກ​ຂອງຕາໜ່າງ​ສະຖານີແຜ່ນດິນ​ໄຫວ​ຈີນ, ​ໃນ​ເວລາ 11:03​ ໂມງຂອງ​ວັນ​ທີ 31 ຕຸລາ​ນີ້, ຢູ່​​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ມົງ​ໂກນຊຽນກົວ​​ເອີໂລ​ຊີ​ຂອງ​ນະຄອນ​ຊົງ​ຢວນ​ແຂວງ​ຈີ່​ລີ​ນຈີນ​ໄດ້​ເກີດ​​ແຜ່ນດິນ​ໄຫວຂັ້ນ 5,5 ລິ​ກ​ເຕີ​ແລະ​ໃນ​ເວລາ 11:10 ​ໂມງ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂັ້ນ 5,0 ລິກ​ເຕີ​ອີກ. ຕາມ​ສະຖິຕິ​ເບື້ອງ​ຕົ້ນ, ມີຄົນ​ທ້ອງ​ຖິ່ນ 10 ຄົນ​ໄດ້​ຮັບ​ບາດ​ເຈັບ​​ໃນ​ແຜ່ນດິນ​ໄຫວ​ສອງ​ຄັ້ງ​ດັ່ງກ່າວ.