ປະທານາທິບໍດີ​ຊີຣີພົບ​ປະ​ເຈລະຈາ​ກັບ​ທ່ານ​ບຼາຣິມີ

(GMT+08:00) 2013-10-31 10:57:14     cri

ວັນ​ທີ 3​0 ຕຸລາ​ນີ້, ທ່ານ​ບາ​ຊາ ອານ-ອາ​ຊັດ, ປະທານາທິບໍດີ​ຊີຣີ​ໄດ້​ພົບ​ປະ​ກັບ​ທ່ານ​ລັກ​ດາ ບຼາຣິມີ, ຜູ້​ຕາງໜ້າ​ພິ​ເສດ​ຮ່ວມ​ວິ​ກິດ​ການ​ຊີຣີຂອງ​ອົງການ​ສະຫະ​ປະຊາ​ຊາດ​-ສັນນິບາດ​ອາ​ຣັບ ຢູ່​ນະຄອນຫລວງ​ດາ​ມັດ​ສຂອງ​ຊີຣີ. ຂ່າວ​ແຈ້ງວ່າ, ​ເວລາ​ການ​ພົບ​ປະ​ເຈລະຈາລະຫວ່າງທ່ານບາ​ຊາກັບ​ທ່ານບຼາຣິມີບໍ່​ຮອດ 1 ຊົ່ວ​ໂມງ. ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາຍ​ງານ​​ໂດຍ​ອ້າງ​ອີງ​ຄວາມ​ເວົ້າ​ຂອງທ່ານບາ​ຊາ​ວ່າ, ມີ​ແຕ່​ຝ່າ​ຍທີ່​ກ່ຽວຂ້ອງ​ຍຸ​ດຕິກ​ານສະໜັບສະໜູນ​ກໍາລັງ​ການ​ກໍ່​ການ​ຮ້າຍ ​ແລະ​​ເພີ່ມ​ຄວາມກົດ​ດັນ​ໃຫ້​ແກ່​ປະ​ເທດ​ທີ່ສະໜັບສະໜູນ​ດ້ານ​ການ​ເງິນ, ອາວຸດ​ແລະ​ຢູ່​ເບື້ອງ​ຫລັງແກ່ກໍາລັງ​​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາມາ​ດ​ເຮັດ​​ໃຫ້ການ​​ເຈ​ລະ​ຈາ​ໄດ້​ຮັບ​ຜົນ​ສໍາ​ເລັດ.

ວັນ​ທີ 28 ຕຸລາ​ນີ້, ທ່ານບຼາຣິມີ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫລວງ​ດາ​ມັດ​ສຂອງ​ຊີຣີ ​ເພື່ອ​ກະກຽ​ມການຈັດ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ຊີຣີ. ວັນ​ທີ 29 ຕຸລາ​ນີ້, ທ່ານບຼາຣິມີ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ວາລິ​ດ ​ໂມ​ອາ​ເລ​ມ, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ ​ແລະ​ຜູ້ຕາງໜ້າ​ຝ່າຍ​ຕໍ່ຕ້ານ​ຂອງ​ຊີຣີ.