ກໍາລັງ​ປະ​ກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ມຽນມາ​ປຶ​ກສາ​ຫາລື​ກາ​ນຢຸດ​ຍິງ​ຢ່າງ​ຮ້ອບດ້ານ

(GMT+08:00) 2013-10-31 10:59:09     cri

ວັນ​ທີ 30 ຕຸລາ​ນີ້, ກໍາລັງ​ປະ​ກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ມຽນມາຕ່າງໆຝ່າຍ​ໄດ້ເລີ່​ມຈັດກອງ​ປະຊຸມ​ຂອງ​ກໍາລັງປະກອບ​ອາວຸດຊົນ​ເຜົ່າ​ສ່ວນ​ໜ້ອຍ​ທົ່ວ​ປະ​ເທດ​ຢູ່ລັດກະຊິນ​ຂອງ​ມຽນມາ​ແລະ​ປຶກສາ​ຫາລື​ຂໍ້​ຕົກລົງວ່າ​ດ້ວຍກາ​ນຢຸດ​ຍິງຢ່າງຮອບດ້ານກັບ​ລັດ​ຖະບານ​ມຽນມາ. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ດໍາ​ເນີນ​ໄປ​ເປັນ​​ເວລາ 3 ມື້ ​ແລະ​ຈະ​ປືກສາ​ຫາລື​ກ່ຽວ​ກັບສັນຍາ​ວ່າ​ດ້ວຍກາ​ນຢຸດ​ຍິງຢ່າງ​ຮອບດ້ານ​ທີ່​ລັດ​ຖະບານ​ມຽນມາສະ​ເໜີຂຶ້ນ​ມາ ​​ເພື່ອ​ສ້າງ​ຫລັກການ​ພື້ນຖານທີ່ກໍາລັງ​ປະ​ກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຝ່າຍຕ່າງໆ​ສາມາດ​ຍອມຮັບ​ໄດ້ ​ແລ້ວ​ເຈລະຈາກັບລັດຖະບານມຽນມາ​ໂດຍ​ອີງ​ຕາມ​ຫລັກການ​ນີ້ ​ເພື່ອບັນລຸ​ການຢຸດ​ຍິງ​ຢ່າງ​ຮ້ອບດ້ານຢູ່​ມຽນມາ.

ເຈົ້າ​ໜ້າ​ທີ່​ມຽນມາ​ແຈ້ງ​ວ່າ, ລັດຖະບານ​ມຽນມາ​​ໄດ້​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ຢ່າງຮອບດ້ານ​ກັບກໍາລັງ​ປະ​ກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 14 ກຸ່ມ​ແລ້ວ ​ແລະ​​ໃນ​ບາດ​ກ້າວຕໍ່​ໄປ​ຈະ​ທໍາ​ຄວາມ​ພະຍາຍາມ​​ເພື່ອລົງ​ນາມສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງທົ່ວ​ປະ​ເທດ​ກັບກໍາລັງ​ປະ​ກອບ​ອາວຸດ​ກຸ່ມ​ອີກທັງ​ໝົດ.