ສື່​ມວນ​ຊົນ​ເຢຍລະ​ມັນ​ລາຍ​ງານ​ວ່າ 5 ນະ​ຄອນຂອງ​ຈີນ​ກໍຖືກ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ​ເຊັ່ນ​ກັນ

(GMT+08:00) 2013-10-31 14:46:45     cri

ວັນ​ທີ 28 ຕຸລາ​ນີ້, Spiegel Online TV ຂອງ​ເຢຍລະ​ມັນ​ໄດ້​ເຜີຍ​​ແຜ່​ວີ​ດີ​​ໂອ​ກ່ຽວ​ກັບ​ສະຖານທູດອາ​ເມລິ​ກາປະ​ຈໍາ​​ເຢຍລະ​ມັນ​ຊ່ວຍ​ກົມ​ປ້ອງ​ກັນຄວາມ​ປອດ​​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​​ຟັງລະບົບ​ການ​ສື່ສານ​ຂອງ​ລັດຖະບານ​​ເຢຍລະ​ມັນ, ​ໃນວີ​ດີ​​ໂອ​ໄດ້​​ແຕ້ມ​​ແຜນ​ທີ່​ນະຄອນ​ທີ່​ຖືກອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ​ໃນ​ທົ່ວ​ໂລກ​ໂດຍ​ອີງ​ຕາມ​ຂໍ້​ມູນ​ລັບ​ຂອງວາລະສານ Der Spiegel ຂອງ​ເຢຍລະ​ມັນ​ໃຫ້​ຮູ້​ວ່າ ນະຄອນຫລວງ​ປັກ​ກິ່ງ, ນະຄອນ​ຊຽງ​​ໄຮ້, ​ເສີງ​ຕູ່, ຖາ​ຍ​ເປ ​ແລະ​ຮົງ​ກົງ​ລ້ວນ​ແຕ່​ຢູ່​ໃນ​ບັນຊີ​ລາຍ​ຊື່​ຂອງ​ການຕິດຕາມ​ລັກ​ຟັງ​.

ນອກຈາກ​ຈີນ​ແລ້ວ, ຢູ່​ພາ​ກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ມີ​ແຕ່​ຍີ່ປຸ່ນ, ສ.​ເກົາຫລີ​ທີ່​ເປັນ​ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ ​ແລະ​ສິງກະ​ໂປ, ບຼູ​ໄນ, ມົງ​ໂກ​ລີ​​ ແລະ​ອື່ນໆ ບໍ່ຢູ່​ໃນ​ບັນ​ຊີລາຍ​ຊື່​ທີ່​ຖືກຕິດຕາມ​ລັກ​ຟັງ. ພາ​ກພື້ນ​ເອີ​ຣົບກໍ​ມີ​ຫລາຍ​ແຫ່ງ​ຖືກ​ຕິດຕາມ​ລັກ​ຟັງ​ເຊັ່ນ​ກັນ, ບໍ່ພ​ຽງແຕ່​ປະ​ເທດ​ເອີຣົບຕາ​ເວັນ​ອອກ​ເຊັ່ນ​ລັດ​ເຊຍ, ​ເຊັກທີ່​ຢູ່​ບັນຊີ​ລາຍ​ຊື່ຕິດຕາມ​ລັກ​ຟັງ​ເທົ່າ​ນັ້ນ, ​ເຢຍລະ​ມັນ, ​ຝຣັ່ງ, ອີ​ຕາ​ລີ ​ແລະ​ປະ​ເທດ​ອື່ນໆ​ກໍ່ຖືກອາ​ເມ​ລິ​ກາຕິດຕາມ​ລັກ​ຟັງນໍາ​ອີກ​​ໂດຍ​ບໍ່​​ໄດ້​ຖືກ​ຍົກ​ເວັ້ນ ຍ້ອນ​ເປັນ​ປະ​ເທດ​ສະມາຊິກ​​ຂອງ​ອົງການ​ສົນທິສັນຍາປ້ອງ​ກັນ​​​ອັດ​ລັງ​ຕິກ​ເໜືອ​ ຫລື ນາ​ໂຕ, ມີ​ແຕ່​ອັງ​ກິດ​ທີ່​ເປັນ​ພັນທະ​ມິດ​ແທ້​ຈິງ​ຂອງ​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ເອີຣົບ​ເໜືອ​ທີ່​ບໍ່ມີ​ອິດ​ທິພົນສາກົນປານ​ໃດ​ຈຶ່ງບໍ່​ຖືກຕິດຕາມ​ລັກ​ຟັງ.

​ປັດຈຸບັນ​ນີ້, ​ເຫ​ດການ​ທີ່ອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ​ໄດ້​ເຮັດ​ໃຫ້​ປະ​ເທດ​ເອີຣົບສ່ວນ​ຫລາຍ​ເກີດຄວາມ​ບໍ່ພໍ​ໃຈ​ຫລາຍຂຶ້ນ, ຍິ່ງ​ໄປ​ກວ່າ​ນັ້ນ, ​ເຢຍລະ​ມັນ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ໄປ​ອາ​ເມ​ລິ​ກາ​ເພື່ອ​ໃຫ້​ອາ​ເມ​ລິ​ກາ​ອະທິບາຍ​ເລື່ອ​ງນີ້, ສ່ວນທ່າ​ນນາງ​ເມີ​​ເຄວ​​ແລະຜູ້​ນໍາ​ອື່ນໆ​ມີ​ຈຸດ​ຢືນ​ທີ່​ຈະ​ເຊັນ​ສັນຍາຫລີກ​ເວັ້ນການຕິດຕາມ​ລັກ​ຟັງກັບ​ອາ​ເມ​ລິ​ກາ​​ໂດຍ​ທັນ​ທີ່.