ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ປະ​ທ້ວງ​ການ​ຕິດຕາມ​ລັກ​​​ຟັງ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ຮຸນ​ແຮງ

(GMT+08:00) 2013-10-31 16:33:48     cri

​ໜັງສືພິມ​ "ຫລຽນ​ເຫີ​ຈາວ​ປ້າວ" ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ເມື່ອ​ບໍ່​ດົນ​ມານີ້, ລັດຖະບານມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ຮູ້​ສຶກຕື່ນ​ຕົກ​ໃຈ​​ແລະ​ບໍ່ພໍ​ໃຈ​ຕໍ່​ຂ່າວ​ທີ່​ວ່າ​ອາ​ເມ​ລິ​ກາ​ໄດ້​ຕິດຕັ້ງ​ອຸ​ປະກອນ​ຕິດຕາມລັກ​ຟັງ​ຢູ່​ສະຖານທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ນະຄອນຫລວງ​ກົວ​ລາ​ລໍາ​ເປີ​ຂອງ​ມາ​ເລ​ເຊຍ​ແລະ​ນະຄອນຫລວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ເພື່ອ​ທໍາ​ການສອດ​ແນມ ​ແລະ​ໄດ້ທໍາການປະ​ທ້ວງຢ່າງ​ຮຸນ​ແຮງ.

ວາລະສານ Der Spiegel ຂອງ​ເຢຍລະ​ມັນ​ລາຍ​ງານ​ວ່າ, ທ້າວ​ເອັດ​ວາດ ສະ​ໂນ​ເດັນ, ອະດີດ​ພະນັກງານສັນຍາ​ຈ້າງ​ຂອງ​ກົມ​ຂ່າວ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ ຫລື CIA ​ເປີດ​ເຜີຍ​ຂ່າວ​ລັບອີກ​ຄັ້ງ​ໜຶ່ງ​​ໂດຍ​ໄດ້​ຊີ້​ອອກ​ວ່າ, ​ໃນ​ການ​ເຄື່ອນ​ໄຫວ​​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ, ອາ​ເມ​ລິ​ກາ​ໄດ້​ລັກ​ຟັງ​ລະບົບການ​ສື່ສານ​​ແລະ​ລະບົບໂທລະສັບ​ ໂດຍ​ຜ່ານ​ອຸປະກອນ​ຕິດຕາມ​ລັກ​ຟັງ​ທີ່​ຕິດ​ຕັ້ງຢູ່​ສະຖານທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ອາຊີ​ຕາ​ເວັນ​ອອກ ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ​ອິສ​ເມນ ສະບຼີ ຢາກ​ອບ, ລັດຖະມົນ​ຕີ​ວ່າການ​ກະຊວງ​ກະສິກໍາ​ແລະ​ອິດສາ​ຫະກໍາກະສິກໍາພື້ນຖານມາ​ເລ​ເຊຍ​​ໄດ້ກ່າວ​ປະນາມ​ວ່າການ​ກະທໍາ​ຂອງ​ອາ​ເມ​ລິ​ກາ​ເປັນ​ "ການ​ກະທໍາ​ທີ່​ໄຮ້​ສິນ​ທໍາ". ທ່ານ​ກ່າວ​ວ່າ, ລັດຖະບານມາ​ເລ​ເຊຍ​ຄວນ​ສະ​ແດງ​ການ​ປະ​ທ້ວງ​ຕໍ່​ອາ​ເມ​ລິ​ກາ​ໂດຍ​ທັນ​ທີ່ ​ແລະ​ກ່າວ​ປະນາມການ​ກະທໍາ​ຂອງ​ລັດຖະບານອາ​ເມ​ລິ​ກາ. ວັນ​ທີ 30 ຕຸລາ​ນີ້, ທ່ານ​ມາຕີ ​ແອ​ມ. ນາ​ຕາ​ເລ​ກາ​ວາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍໄດ້​ສະ​ແດງ​ການປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ ​​ໂດຍໄດ້​ຕໍ່​ວ່າ​ທັກ​ທ້ວງຕໍ່​ອຸ​ປະ​ທູດ​ສະຖານທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ອິນ​ໂດ​ເນ​ເຊຍຕໍ່​​ເລື່ອງ​ນີ້. ທ່ານ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ບໍ່​ສາມາດຍອ​ມຮັບ​ຂ່າວທີ່​ແຈ້ງວ່າ​ສະຖານທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ອິນ​ໂດ​ເນ​ໄດ້​ຕິດ​ຕັ້ງອຸປະກອນ​ຕິດຕາມລັກ​​ຟັງ​ດັ່ງກ່າວ​ນີ້.