ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ​ກົມ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄດ້ລັກ​ເຈາະເຂົ້າ​ສູນ​ຂໍ້​ມູນຂອງ Yahoo ​ແລະ Google ຢ່າງ​ລັບໆ​

(GMT+08:00) 2013-10-31 17:25:39     cri

ວັນ​ທີ 30 ຕຸລາ​ນີ້, ໜັງສື​ພິມ Washington Post ​ຂອງ​ອາ​ເມ​ລິ​ກາ​ໄດ້​ລາຍ​ງານ​ໂດຍ​ອ້າງ​ອີງ​ເອກະສານ​ລັບ​ທີ່​​​ເປີດ​ເຜີຍ​ໂດຍທ້າວ​ເອັດ​ວາດ ສະ​​ໂນ​ເດັນ ວ່າ, ກົມ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ຫລື NSA ໄດ້ລັກ​ເຈາະ​ເຂົ້າ​ສູນ​ຂໍ້​ມູນຂ​ອງ Yahoo ​ແລະ Google ທີ່​ເປັນ​ບໍ​ລິ​ສັດອິນ​ເຕີ​ເນັດ​ຂອງ​ອາ​ເມ​ລິ​ກາ​ເພື່ອ​ລັກ​ເອົາ​ຂໍ້​ມູນ​​ໂດຍ​ຜ່ານ​​ໂຄງການ​ຕິດຕາມ​ຂ່າວ​ລັບ​ອີກ​ຊະນິດ​ໜຶ່ງ​ທີ່​ບໍ່​ແມ່ນ​​ໂຄງການ​ປຣິຊຶມ.

ນອກຈາກ​ນີ້, ​ໃນ​ຫລາຍ​ມື້ມາ​ນີ້, ​ເລື່ອງ​ອັບອາຍ​ຂາຍໜ້າ​ທີ່​ກ່ຽວ​ຂ້ອງກັບ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​​ຟັງ​ຜູ້​ນໍາ​ແລະ​ປະຊາຊົນ​ຂອງ​ປະ​ເທ​ດພັນທະ​ມິດ​​ໄດ້ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ. ວັນ​ທີ 29 ຕຸລາ​ນີ້, ທ່ານ​ນາງ​ດຽນ​ເນ ​ເຟັນ​ສ​ເຕັນ, ​ປະທານ​ຄະນະ​ກໍາມະການ​ຂ່າວ​ລັບສະພາ​ສູງ​ອາ​ເມ​ລິ​ກາກ່າວ​ວ່າ, ທໍານຽບຂາ​ວ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະ​ບໍ່​ຕິ​ດຕາມ​ລັກ​ຟັງ​ປະ​ເທ​ດພັນທະ​ມິດອີກ. ຕໍ່​ເລື່ອງ​ນີ້, ວາ​ລະ​ສານ Foreign Policy ຂອງ​ອາ​ເມ​ລິ​ກາ​ເຜີຍ​ແຜ່​ບົດ​ຄວາມ​ວ່າ, ທໍານຽບຂາວ​ໄດ້​ມີ​ທ່າ​ທີ​ທີ່​ແຕກ​ຕ່າງ​ກັນຢ່າງ​ເດັ່ນ​ຊັດ​ໃນ​ການ​ປະຕິບັດ​ຕໍ່​ປະ​ເທດ​ພັນ​ທະ​ມິດ​ແລະ​ປະ​ເທດ​ທີ່​ບໍ່​ແມ່ນ​ພັນທະ​ມິດໃນ​ການ​ແກ້​ໄຂ​ບັນຫາ​ເລື່ອງ​ອັບອາຍ​ຂາຍໜ້າ​ໂຄງການ​ປຣິ​ຊຶມຂອງ​ຕົນ. ຕໍ່​ປະ​ເທດ​ທີ່​ບໍ່​ແມ່ນ​ພັນທະ​ມິດ​ເຊັ່ນ​ເບຼຊິນ, ​ແມັກ​ຊິກ, ລັດ​ເຊຍ​, ​ອີຣານ​ ​ແລະ​ອື່ນໆ, ລັດຖະບານ​ອາ​ເມ​ລິ​ກາ "ຄົງ​ຈະ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງ​ຍາກ​ງ່າຍ​ກວ່າ ", ​ແຕ່​ຕໍ່​ເຢຍລະ​ມັນ​ທີ່​​ເປັນ​ປະ​ເທດ​ພັນທະ​ມິດ​ທີ່​ສໍາຄັນ, ​ອາ​ເມ​ລິ​ກາ​ໄດ້ມີທ່າ​ທີ​ກົງກັນ​ຂ້າມ. ມີ​ຊ່ຽວຊາ​ນ​ໄດ້​ກ່າວ​ວ່າ, ຄວາມ​ໜ້າ​ເຊື່ອ​ຖືຂອງ​ອາ​ເມ​ລິ​ກາ​ກໍາລັງ​ປ​ະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ.