ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຄັດຄ້ານ​ການ​ໃຊ້​ "ສອງ​ມາດຕະຖານ​" ໃນ​ການ​ຕໍ່ຕ້ານ​ລັດທິ​ກໍ່​ການຮ້າຍ

(GMT+08:00) 2013-11-01 18:33:10     cri

ວັນ​ທີ 31 ຕຸລາ​ຜ່ານ​ມາ​ນີ້, ທ່າ​ນນາງ​ຮົ໋ວຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ວ່າ: ຈີນຄັດຄ້ານ​ການ​ໃຊ້ "ສອງ​ມາດຕະຖານ" ​ໃນ​ການ​​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ຫວັງ​ວ່າ​ປະຊາຄົມ​ໂລກ​ແລະ​ຝ່າຍ​ຕ່າງໆທີ່​ກ່ຽວຂ້ອງ​ຈະ​ສາມາດ​ຮັບ​ຮູ້​ຕໍ່​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຢ່າງ​ຈະ​ແຈ້ງ.

ຂ່າວ​ແຈ້ງວ່າ, "ກອງ​ປະຊຸມ​ຜູ້​ແທນ​ອຸຍ​ເກີ​ໂລກ" ມີ​ຄວາມ​ສົງ​ໄສ​ຕໍ່​ການ​ແກ້​ໄຂ​ເຫດການ​ຂອງ​ຈີນໃນ​ເຫດການ "28 ຕຸລາ", ​​ໂດຍ​ໄດ້​ມີ​ການຮຽກຮ້ອງ​ໃຫ້​ດຳ​ເນີນ​ການກວດກາຢ່າງ​ເປັນ​ອິດສະຫຼະຕໍ່​ເຫດການ​ດັ່ງກ່າວ, ແລະ​​ໄດ້​ຕຳນິນະ​ໂຍບາຍ​ທາງ​ຊົນ​ເຜົ່າ​ແລະສາສະໜາຂອງ​ລັດຖະບານ​ຈີນ.

ຕໍ່​ເລື່ອງ​ນີ້, ທ່າ​ນນາງ​ຮົ໋ວຊຸ່ນຢິງ ​ໄດ້ຕອບ​ໂຕ້​ວ່າ: ພະ​ແນ​ກຕຳຫຼວດນະຄອນຫຼວງປັກ​ກິ່ງ​ໄດ້​ປະກາດ​ຜົນ​ການ​ສືບສວນ-ສອບ​ສວນ​ເບື້ອງ​ຕົ້ນກ່ຽວ​ກັບ​ເຫດການ "28 ຕຸລາ" ຢ່າງ​ລະອຽດ​ແລ້ວ. ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ກຳນົດ​ໃນ​ເບື້ອງ​ຕົ້ນວ່າ, ນີ້​ແມ່ນ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ ​ໂດຍ​ໄດ້​ວາງ​ແຜນ​​ໄວ້ລ່ວງ​ໜ້າ​​ແລະ​ມີ​ການຈັດຕັ້ງ. ການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຕໍ່​ປະຊາຊົນ​ແລະ​ນັກ​ທ່ອງ​ທ່ຽວຜູ້​ບໍລິສຸດ​ຄື​​ແນວ​ນີ້ ​ແມ່ນ​ການ​ກະທຳ​​ແບບ​ຕ້ານ​ກັບມະນຸດ, ຕ້ານ​ກັບສັງຄົມ ​ແລະ ຕ້ານ​ກັບ​ອາ​ລິ​ຍະ​ທຳ, ບໍ່​ວ່າ​ຜູ້​ໃດ​ກໍ່ຕາມ​ຫາກ​ແມ່ນ​ຄົນບໍ​ລິສຸດ ກໍ​ລ້ວນ​ແຕ່​ຈະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ຄື​ແນວ​ນີ້.

ກ່ຽວ​ກັບ​ຫຼັກໝັ້ນຂອງ​ລັດຖະບານ​ຈີນ, ທ່ານ​ຮົ໋ວຊຸ່ນຢິງ ກ່າວ​ວ່າ: ​ແຕ່​ໃດ​ມາ, ລັດຖະບານ​ຈີນກໍຍຶດຖືຫຼັກໝັ້ນທີ່​ຕໍ່ຕ້ານ​ຢ່າງ​ເດັດດ່ຽວ​ແລະ​ໂຈມ​ຕີ​ຢ່າງ​ເຂັ້ມງວດຕໍ່ລັດທິ​ກໍ່​ການ​ຮ້າຍ . ພວກ​ຂ້າພະ​ເຈົ້າຄັດຄ້ານ​ການ​ໃຊ້ "ສອງມາດຕະຖານ" ​ໃນ​ບັນຫາ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ຄັດຄ້ານ​ການຖື​ເອົາ​ລັດທິ​ກໍ່​ການ​ຮ້າຍ​ໄປ​ຕິດ​ພັນ​ກັບປະ​ເທດ​ໃດ​ໜຶ່ງ, ຊົນ​ເຜົ່າ​ໃດ​ໜຶ່ງ ​ແລະ​ສາສະໜາ​ໃດ​ໜຶ່ງ ​ໂດຍ​ໄດ້​ກຳນົດ​ເອົາ​ໄວ້​ເປັນ​ພິ​ເສດ. ຄົນ​ຈຳນວນ​ໜ້ອຍ​ທີ່​ສຸດ​ໄດ້​ຖື​ການ​ກະທຳ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ກໍ່​ການ​ຮ້າຍ​ຈຳນວນ​ໜ້ອຍ​ໄປ​ຕິດ​ພັນ​ກັບ​ບັນຫາ​ຊົນ​ເຜົ່າ ​ແລະ ສາສະໜາ​ຂອງ​ຈີນ, ຈົນກະທັ້ງຖື​ເປັນ​ຂໍ້​ອ້າງ​ເພື່ອ​ກ່າວ​ໂຈມ​ຕີ​ນະ​ໂຍບາຍ​ຊົນ​ເຜົ່າ​ແລະສາສະໜາຂອງ​ຈີນ, ນີ້​ແມ່ນ​ການ​ກະທຳ​ທີ່ຜິດພາດ​ທີ່​ສຸດ, ກໍ​ແມ່ນ​ການ​ກະທຳ​ທີ່​ມີ​ຈຸດປະສົງ​ທີ່​ແອບ​ແຝງ​ຕ່າງຫາກ.

ທ່ານ​ນາງ​ຮົ໋ວຊຸ່ນຢິງ ກ່າວ​ເນັ້ນວ່າ: ​ເພື່ອ​ບັນລຸ​ຈຸດປະສົງ​ແບ່ງ​ແຍກ​ຈີນ ​ແລະ ສ້າງຕັ້ງ "ປະ​ເທດ​ຕວກກີ​ສະຖານ​ຕາ​ເວັນ​ອອກ" ຢູ່​ເຂດ​ຊິ່ນ​ຈ່ຽງຂອງ​ຈີນ, ອິດ​ທິກຳລັງ​ກໍ່​ການ​ຮ້າຍ "ຕວກ​ກີສະຖານຕາ​ເວັນ​ອອກ"​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ມາ​ເປັນ​ໄລຍະ​ຍາວ​ນານ​ແລ້ວ, ​ໂດຍ​ໄດ້​ມີ​ການ​ສົມຮູ້​ຮ່ວມ​ຄິດ​ກັບ​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ສາກົນ ​ເພື່ອ​ຢາກ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ຈີນ, ​ໂດຍ​ມີ​​ເຈດ​ຕະນາ​ຢາກທຳລາຍ​ການ​ພັດທະນາ​ແລະ​ຄວາມ​ສະຫງົບ​ຂອງ​ຈີນ. ຈີນຫວັງ​ວ່າ​ປະຊາຄົມ​ໂລກ​ແລະ​ຝ່າຍ​ຕ່າງໆທີ່​ກ່ຽວຂ້ອງ​ຈະ​ສາມາດ​ຮັບ​ຮູ້​ຕໍ່​​ເລື່ອງ​ນີ້​ຢ່າງ​ຈະ​ແຈ້ງ, ກໍ​ຫວັງ​ວ່າ​ສື່​ມວນ​ຊົນ​ຈະ​ສາມາດ​ຮັບ​ຮູ້​ເລື່ອງ​ຄວາມ​ເປັນ​ຈິງ​ແລະ​ລັກສະນະ​ທາດ​ແທ້​ທີ່​ກ່ຽວຂ້ອງ​ຢ່າງ​ພາວະ​ວິ​ໄສ, ມີ​ຄວາມ​ທຸ່ນ​ທ່ຽງ ​ແລະ ຮອບດ້ານ ​ໃນ​ເວລາ​ລາຍ​ງານ​ແລະ​ວິຈານ​ເຫດການ​ທີ່​ກ່ຽວຂ້ອງ.