ປະທານາທິບໍດີຣັດເຊຍຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຮອງປະທານຄະນະກຳມະການການທະຫານສູນກາງຈີນ

(GMT+08:00) 2013-11-01 17:04:06     cri



ຕາມຂ່າວCRI: ວັນທີ31ຕຸລານີ້ແລ້ວນີ້, ຢູ່​ນະຄອນຫຼວງ​ມົສກູ, ທ່ານວຼາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ພົນ​ເອກ​ທະຫານອາກາດ​ສີ​ຊີ​ລ້ຽງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ປະທານ​ຄະນະ​ກຳມະການການ​ທະຫານ​ສູນ​ກາງ​ຈີນທີ່​ເດີນທາງ​ໄປ​ຢ້ຽມຢາມຣັດ​ເຊຍ.