ຊີຣີ​ໄດ້ທຳລາຍ​ອຸປະກອນ​ຜະລິດ​ອາວຸດ​ເຄມີ​ແລ້ວ​ແຕ່ອິສຣາ​ແອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ຖານ​ທັບ​ລູກ​ສອນ​ໄຟນຳ​ວິຖີ​ຊີຣີ

(GMT+08:00) 2013-11-01 17:47:56     cri
ຕາມ​ຂ່າວCRI: ວັນ​ທີ 31 ຕຸລາ​ນີ້ແລ້ວນີ້, ອົງການ​​ເກືອດຫ້າມອາວຸດ​ເຄມີ​ກ່າວ​ວ່າ, ລັດຖະບານ​ຊີຣີ​ໄດ້​ທຳລາຍ​ອຸປະ​ກອນ​ຜະລິດ​ອາວຸດ​ເຄມີ​ທັງ​ໝົດ​ກ່ອນ​ເວລາ​ກຳນົດ​ເຄື​ວັນ​ທີ 1 ພະຈິກ​ນີ້.

ໃນ​ເວລາ​ດຽວ​ກັນ​ທີ່​ລັດຖະບານ​ຊີຣີ​ໄດ້​ຕັ້ງໜ້າ​ປະສານ​ງານ​ກັນ​ດ້ານ​ການ​ທຳລາຍ​ອາວຸດ​ເຄມີຢູ່​ນັ້ນ, ຖານ​ທັບ​ລູກ​ສອນ​ໄຟ​ນຳ​ວິຖີປ້ອງ​ກັນ​ທາງ​ອາກາດ​ທີ່​ໃກ້​ກັບ​​ເມືອງ​ທ່າ​ມາ​ຕາ​ເກ​ຍໄດ້​ຖືກໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ນຳ​ວິຖີທີ່​ມາ​ຈາກ​ທິດ​ທາງ​ທະ​ເລ​ເມ​ຕີ​ເຕລາ​ເນ. ຂ່າວ​ແຈ້ງວ່າ, ​ແມ່ນກອງທັບ​​ເຮືອ​ອິສາຣ​າ​ແອນ​ຢູ່​ທະ​ເລ​ເມ​ຕິ​​ເຕລາ​ເນ​ເປັນ​ຝ່າຍ​ໂຈມ​ຕີ.