ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວ​ວ່າ ​ຍີ່ປຸ່ນ​ຄວນ​ຊອກ​ຮູ້​ແລະ​ຍອມຮັບ​ກິດຈະ​ກໍາ​ທາງການ​ທະຫານ​ຂອງ​ປະ​ເທດ​ອື່ນໆທີ່​ເໝາະ​ສົມ​ແລະ​ຊອບ​ກົດໝາຍ

(GMT+08:00) 2013-11-01 14:48:14     cri

ວັນ​ທີ 31 ຕຸລາ​​ແລ້ວນີ້, ທ່ານ​ຢາງ​ຢູຈູ່ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ເຕືອນ​ໃຫ້​ຝ່າຍ​ຍີ່ປຸ່ນ​ປ່ຽນ​ຈິດ​​ໃຈ​ທີ່​ບໍ່​ຖືກຕ້ອງ​, ​ຕັ້ງ​ຕົນ​ເອງ​ໃຫ້​ຖືກ​ທີ່​ຖືກ​ທາງ, ຊິນ​ເຄີຍ​ແລະ​ຍອມຮັບ​ກິດຈະ​ກໍາ​ທາງການ​ທະຫານ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ຊອບດ້ວຍ​ກົດໝາຍຂອງ​ປະ​ເທດ​ອື່ນ.

​ໃນ​ກອງ​ປະ​ຊຸມ​ຂ່າວໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ, ວັນ​ທີ 29 ຕຸລາ​ແລ້ວ​ນີ້, ທ່ານ​ອິ​ສຸ​ໂນຣີ ​ໂອ​ໂນ​ເດຣາ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ​ໄດ້​ກ່າວ​ວ່າ, ການ​ກະທໍາ​ຂອງ​ຈີນ​ທີ່​​ແຊກ​ແຊງ ​"ໝູ່ເກາະ​ເຊັນ​ກາ​ກູ "(​ໄດ້​ແກ່​ເກາະ​ຕ້ຽວ​ຢູຂອງ​ຈີນ​ແລະ​ເກາະທີ່ຂຶ້ນ​ກັບ​ເກາະ​ນີ້)​ໄດ້ "​ເປັນ​ການ​ຂົ່ມຂູ່​ຕໍ່ສັນຕິພາບ", ລັດຖະບານ​ຍີ່ປຸ່ນ​ຈະ​ປຶ​ກສາ​ຫາລື​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ຮັບປະກັນ​ຄວາມ​ປອດ​ໄພພາຍ​ໃນ​ປີ​ນີ້ ​ເພື່ອ​ຮັບ​ມື​ກັບ​ບັນຫາ​ນີ້. ຂໍ​ຖາມ​ເຈົ້າ​ໜ້າ​ທີ່ທະຫານ​ຂອງ​ຈີນ​ວ່າ​ໄດ້ມີ​ການ​ຕີ​ລາຄາ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານຢາງ​ຢູຈູ່ນຕອບ​ວ່າ, ​ເກາະ​ຕ້ຽວຢູ​ເປັນ​ດິນ​ແດນ​ຂອງ​ຈີນ. ຜູ້​ທີ່​ເປັນ​ການ​ຂົ່ມຂູ່​ໃຫ້​​ແກ່​ສັນຕິພາບ​ກໍແມ່ນ​ຝ່າຍ​ຍີ່ປຸ່ນ​ເອງ.

ທ່ານ​ກ່າວ​ຕື່ມ​ວ່າ, "​ໃນ​ປະຫວັດສາດ, ຍີ່ປຸ່ນ​ເຄີຍ​ປັ້ນ​ແຕ່ງ​ຄວາມ​ຂີ້​ຕົວະເພື່ອ​ພັດທະນາ​ກໍາລັງ​ທະຫານ​ຂອງ​ຕົນ, ຍິ່ງ​ໄປ​ກວ່າ​ນັ້ນ, ກໍ​ເຄີຍ​ກໍ່​ສົງຄາມ​ຮຸກ​ຮາ​ນຕໍ່​ປະ​ເທດ​ອື່ນ, ​ແຕ່​ມາ​ຮອດ​ປັດຈຸບັນ, ຍັງ​ບໍ່​ໄດ້​ສໍານຶກ​ຄືນ​ຕົນ​ເອງ​ຢ່າງ​ເລິກ​ເຊິ່ງ. ປະ​ເທດ​ອ້ອມ​ຂ້າງ​ແລະ​ປະຊາ​ຄົມ​​ໂລກ​ຄວນ​ມີ​ຄວາມ​ລະວັງ​​ເປັນ​ຢ່າງ​ສູງຕໍ່ການ​ກະທໍາ​ຂອງ​ຍີ່ປຸ່ນ​".