ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວ​ວ່າ ການ​ເປີດ​ເຜີຍ​ສະພາບ​ຂອງ​ກອງທັບ​ເຮືອ​ດໍາ​ນໍ້າ​ນິວ​ເຄຼຍບໍ່​ກ່ຽວ​ພັນ​ກັບ​ສະຖານ​ະການ​ຂອງ​ພາກ​ພື້ນ​​ໃນ​ປັດຈຸບັນ

(GMT+08:00) 2013-11-01 14:53:45     cri

ວັນ​ທີ 31 ຕຸລາ​ແລ້ວ​ນີ້, ທ່ານ​ຢາງ​ຢູຈູ່ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວ​ຢູ່​ປັກ​ກິ່ງ​ວ່າ, ​ເມື່ອ​ບໍ່​ດົນ​ມາ​ນີ້, ​​ເຈົ້າ​ໜ້າ​ທີ່ທະຫານ​ຂອງ​ຈີນ​ໄດ້ເປີດ​ເຜີຍ​ສະພາບຈໍານວນ​ໜຶ່ງ​ຂອງກອງທັບ​ເຮືອ​ດໍາ​ນໍ້າ​ນິວ​ເຄຼຍ, ນີ້ບໍ່​ກ່ຽວ​ພັນ​ກັບ​ສະຖານ​ະການ​ຂອງ​ພາກ​ພື້ນ​​ໃນ​ປັດຈຸບັນ.

ທ່ານຢາງ​ຢູຈູ່ນກ່າວ​ວ່າ, "ເມື່ອ​ບໍ່​ດົນ​ມາ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້ເປີດ​ເຜີຍ​ສະພາບຈໍານວນ​ໜຶ່ງ​ຂອງກອງທັບ​ເຮືອ​ດໍາ​ນໍ້າ​ນິວ​ເຄຼຍ ​ເພື່ອເຮັດ​ໃຫ້ປະຊາຊົນ​ພາຍ​​ໃນ​ປະ​ເທດ​ແລະ​ປະຊາຄົມ​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ກວ່າ​​ເກົ່າ​ຕໍ່ກອງທັບ​ເຮືອ​ດໍາ​ນໍ້າ​ນິວ​ເຄຼຍຂອງ​ຈີນ".

ທ່ານຢາງ​ຢູຈູ່ນກ່າວຕື່ມ​ວ່າ, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ເຕັກນິກ​ວິທະຍາສາດ, ຝ່າຍ​ຈີນ​ຈະ​ຄົ້ນຄວ້າ​ແລະ​ພັດທະນາ​ອາວຸດຍຸດ​ໂທ​ປະກອນ​ທີ່​ລວມທັງ​ເຮືອ​ດໍາ​ນໍ້າ​ນິວ​ເຄຼຍ ​ໂດຍ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.

​ໃນ​​ເວລາ​ຕອບ​ຄໍາ​ຖາມ​ທີ່​ວ່າ​ເຈົ້າ​ໜ້າ​ທີ່​ທະຫານ​ຂອງ​ຈີນຖືກ​​ອົງການ​ຂ່າວ​ລັບ​ຂອງ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​​​ຟັງ​ຫລື​ບໍ່, ທ່ານຢາງ​ຢູຈູ່ນຕອບ​ວ່າ, ອາ​ເມ​ລິ​ກາ​ໄດ້​ຕິດຕາມ​ລັກ​​ຟັງ​ບາງ​ປະ​ເທດ​ພັນທະ​ມິດ, "ສະ​ນັ້ນ, ສໍາລັບ​ປະ​ເທດ​ທີ່​ບໍ່​ແມ່ນ​ພັນທະ​ມິດຄື​ຈີນ​ຈະ​ເປັນ​ແນວ​ໃດ, ບັນດາ​ທ່ານ​ຈະ​ສາມາດ​ຄິດ​ອອກ​ໄດ້​ຢ່າງ​ງ່າ​ຍດາຍ".

ທ່ານ​ກ່າວ​ຕື່ມ​ວ່າ, ກອງ​ທັບ​ຈີ​ນມີລະ​ບຽບ​ແບບ​ແຜນ​ແລະ​ລະບົບທີ່​ເຂັ້ມ​ງວດ​ໃນ​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ, "ສະພາບ​ທີ່​ຖື​ກພາຍ​ນອກ​ຕິດຕາມ​ລັກ​ຟັງ​ກໍ​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ເພີ່ມ​ຄວາມ​ລະມັດລະວັງ​ແລະ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ດ້ານ​ຄວາມ​ປ​ອດ​​ໄພ​ຂອງ​ຂໍ້​ມູນຂຶ້ນ​ເຕີ່​ມອີກ".