ຂະ​ແໜງ​ການບໍລິການ​ເປັນຈຸດ​ຄໍ້າ​ໃໝ່ຂອງການ​ເຕີບ​ໂຕ​ຂອງ​ເສດຖະກິ​ດອາ​ຊຽນ

(GMT+08:00) 2013-11-01 15:01:10     cri

ຕາມ​ສະຖິຕິ​ຫລ້າ​ສຸດ​ທີ່​ກອງ​ເລຂາ​ອາ​ຊຽນ​ເປີດ​ເຜີ​ຍ​ໃນ​ອາທິດ​ແລ້ວ​ນີ້, ປີ 2012, ຂະ​ແໜງ​ການບໍລິການມີ​ອັດຕາ​ປະກອບສ່ວນ​ສູງ​ສຸດຕໍ່​ການ​ເຕີບ​ໂຕ​ຂອງ​ຍ​​​ອດມູນ​ຄ່າ​ຜະ​ລິດ​ຕະພັນ​ພາຍ​​ໃນ​ ຫລື GDP ຂອງ 10 ປະ​ເທດ​ອາ​ຊຽນ, ​ອຸດສາຫະກໍາ​ແມ່ນ​ຢູ່​ອັນ​ດັບ​ທີ 2, ສ່ວນອັດຕາ​ປະກອບສ່ວນຂອງກະສິກໍາ​ຕໍ່ GDP ​​ແມ່ນ​ນັບ​ມື້​ນັບ​ຫລຸດ​ໜ້ອຍ​ລົງ​ໃນ​ 7 ປີ​ທີ່​ຜ່ານ​ມາ. ​ໃນ 10 ປະ​ເທດ​ອາ​ຊຽນ, ຂະ​ແໜງ​ການບໍລິການຂອງ​ຟິລິບ​ປິນມີ​ອັດຕາ​ປະກອບສ່ວນ​ສູງ​ສຸດຕໍ່ GDP, ບັນລຸ​ເຖິງ 56,9%, ກໍາປູ​ເຈຍ​ຕໍ່າ​ສຸດ, ກໍ​ມີ 38,4%. ​ອັດຕາ​ປະກອບສ່ວນຂອງຂະ​ແໜງ​ການບໍລິການ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ​ກາຍ​ເປັນ​ປັດ​​ໄຈ​ຕົ້ນຕໍ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​​ເສດຖະກິດ​ອາ​ຊຽນ. ​ໃນ​ອົງ​ກອນ​ເສດຖະກິ​ດອາຊຽນສ່ວນ​ຫລາຍ, ​ອັດຕາ​ປະກອບສ່ວນຂອງຂະ​ແໜງ​ການບໍລິການ​ແລ​ະອຸດສາຫະກໍາ​ໄດ້​ເກີນ 80%.

ທ່ານ​ໄຮ​ມີ ອີຣີສ, ຜູ້​ອໍານວຍ​ການ​ການ​ຄົ້ນຄວ້າ​ເສດຖະກິດ​ພາກ​ພື້ນທະນາຄານມາລາ​ຢູຂອງ​ມາ​ເລ​ເຊຍ​ກ່າວ​ວ່າ, ຫລາຍ​ປີ​ມາ​ນີ້, ຄຽງ​ຄູ່​ກັບ​ການ​​ເພີ່ມ​ທະວີ​ຂອງມາດຕາ​ສ່ວນ​ຂອງ ຂະ​ແໜງ​ການບໍລິການຂອງ​ເສດຖະກິດ​ມາ​ເລ​ເຊຍ, ລັດຖະບານ​ມາ​ເລ​ເຊຍ​ໄດ້​ຜ່ອນ​ຄາຍ​ຄວາມ​ຈໍາກັດ​ຕໍ່​ການ​ລົງທຶນ​ຕ່າງປະ​ເທດ​ໃນ​ຂະ​ແໜງ​ການ​ຕ່າງໆ ​ເຊັ່ນ​ໂທ​ລະ​ຄົມ, ອາຊີວະ​ສຶກສາລະ​ດັບ​ກາງ, ການ​ຝຶກ​ອົບຮົມ​ເຕັກນິກ, ການ​ບັນຊີ, ວຽກ​ງານ​ພາສີ​ອາ​ກອນ ​ແລະ​ອື່ນໆ, ອະນຸຍາ​ດ​ໃຫ້​ທຶນ​ຕ່າງປະ​ເທດ​ມີ​ຫຸ້ນ​ສ່ວນ 100%. ນອກ​ນີ້, ມາດ​ຕະການ​ສົ່ງ​ເສີມ​ການ​ສ້າງ​ລາຍ​ຮັບ​ດ້ານ​ພາສີ​ອາກອນ​ກໍ​ໄດ້​ຄ່ອຍ​ໃຫ້​ສິດ​ທິພິ​ເສດ​ຫລາຍ​ກວ່າ​ເກົ່າ​ແກ່​ຂະ​ແໜງ​ການ​ບໍລິການ

ຄຽງ​ຄູ່​ກັບການພັດ​ທະນາ​ຂອງ​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ, ຂະແໜງ​ການບໍລິການນັບ​ມື້​ນັບ​ສໍາຄັນ​ຂຶ້ນກວ່າ​ເກົ່າ, ​ໄດ້​ກາຍ​ເປັນ​ພາກສ່ວນ​ທີ່​ໃຫຍ່​ຂອງ GDP. ປະ​ເທດ​ອາ​ຊຽນທີ່​ມີ​ລາຍ​ໄດ້​ອ່າວ​ສູງ​ເຊັ່ນ​ສິງກະ​ໂປ, ມາ​ເລ​ເຊຍ ​ແລະ​ອື່ນໆ​ກໍາລັງ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ພັດທະນາຂະ​ແໜງ​ການບໍລິການລະ​ດັບ​ສູງ. ​ເຊັ່ນ ມາ​ເລ​ເຊຍ​ມີ​ທ່າ​ແຮງ​​ແຂ່ງຂັນ​ໃນ​ດ້ານ​ການ​ບໍ​ລິ​ການ​ດ້ານ​ການ​ທະນາຄານ, ການ​ບັນຊີ, ທີ່​ປຶກສາ, ວິ​ສະວະ​ກໍາ​ ​ແລະ​ອື່ນ, ​ໃນ​ອະນາຄົດ​ຈະ​ດໍາ​ເນີນ​ການ​ປະຕິ​ຮູບ​ດ້ານຂະ​ແໜງ​ການບໍລິການຈໍານວນ​ໜຶ່ງ, ຊຸກ​ຍູ້​ການພັດທະນາ​ຂອງ​ຂະ​ແໜງ​ການ​ຕ່າງໆ ​ເຊັ່ນ​ການ​ບໍ​ລິ​ການ​ດ້ານ​ທີ່​ປຶກສາ​ດ້ານ​ກົດໝາຍ, ການ​ບໍລິການ​ດ້ານ​ການ​ກໍ່ສ້າງ, ການ​ບໍລິການ​ດ້ານວິ​ສະວະ​ກໍາ ​ແລະ​ອື່ນໆ.

ສະຖິຕິ​ຊີ້​ໃຫ້​ເຫັນ​ວ່າ, ​ເຖິງ​ແມ່ນ​ວ່າ​ການ​​ເຕີຍ​ໂຕ​ຂອງ​ເສດຖະກິດ​ຂອງ​ປະ​ເທດ​ອາ​ຊຽນສ່ວນ​ຫລາຍ​ໃນ​ປີ 2009 ​ໄດ້​ຊ້າ​ລົງ​ຍ້ອນໄດ້​ຮັບຜົນ​ສະທ້ອນວິ​ກິດ​ການດ້ານ​ການ​ເງິນກໍ​ຕາມ, ​ແຕ່​ເບິ່ງ​ລວມ​ແລ້ວ, ​ໃນ​ປີ 2005 ຫາ​ປີ 2010, GDP ຂອງ 10 ປະ​ເທດອາ​ຊຽນ​ໄດ້​ຮັກສາທ່າ​ອ່ຽງທີ່​ເພີ່ມ​ຂຶ້ນ.