ການ​ພົບ​ປະ​ສາມ​ຝ່າຍ​ຄັ້ງ​ທໍາ​ອິດ​ກ່ຽວ​ກັບ​ເຫດການ​ຕົວ​ປະ​ກັນທີ່​ເກີດ​ຂຶ້ນຢູ່​ຟິລິບ​ປິນຍັງ​ບໍ່​ທັນ​ໄດ້​ບັນ​ລຸຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນກັນ​ເທື່ອ

(GMT+08:00) 2013-11-01 16:38:02     cri

ວັນ​ທີ 31 ຕຸລາ​ແລ້ວ​ນີ້, ທ່ານ​​ເບີ​ນາ​ດິ​ໂຕ ຊົວ ອາງ, ສະມາຊິ​ກສະພາ​ນະຄອນຫລວງ​ມາ​ນີລາ​ຂອງ​​ຟິລິບ​ປິນ​​ໄດ້​ຮ່ວມ​ກັບເຈົ້າໜ້າ​ທີ່​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ອໍານາດ​ການ​ປົກຄອງ ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ ພ້ອມ​ດ້ວຍຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​​ແລະ​ຜູ້ຕາງໜ້າ​ຂອງ​ຜູ້​ບາດ​​ໄດ້​ຮັບເຈັບ​ໃນ​ເຫດການ​ຕົວ​ປະ​ກັນ ຢູ່ມາ​ນີລາໄດ້​ພົບ​ປະ​ເຈ​ລະ​ຈາ​ກັນ. ​ເຖິງ​ແມ່ນ​ວ່າກາ​ນພົບ​ປະ​ດັ່ງກ່າວຍັງ​ບໍ່​ທັນ​ໄດ້​ບັນ​ລຸຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນກັນກໍ​ຕາມ, ​ແຕ່​​ໃນ​ມື້​ດຽວ​ກັນ, ມັງສາ​ມຝ່າຍ​ກໍໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​​ໂດຍ​ຊີ້​ອອກວ່າ "ການ​ປຶກສາຫາ​ລື​ກັນ​ມີ​ຜົນ​ດີ​ຕໍ່​ການ​ຮັດ​ແຄບ​ຂໍ້​ຂັດ​ແຍ້​ງ".

ທ່ານ​ຖູ​ຈິນ​ເຊິ່ນ, ສະມາຊິກ​ສະພາ​ນິຕິບັນ​ຍັດ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນກ່າວ​ວ່າ, ວັນ​ທີ 6 ພະຈິກ​ນີ້, ​ສະພາ​ນິຕິບັນ​ຍັດ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງຈີນຈະສືບ​ຕໍ່​ປຶກສາ​ຫາລື​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ຟິລິບ​ປິນ. ມີ​ສະມາຊິກ​ສະພາ​ສະ​ເໜີ​ຂຶ້ນ​ມາ​ວ່າ ຈະ​ຍົກ​ເລີກ​ການຍົກ​ເວັ້ນວິຊາການ​​ເຂົ້າ​ຮົງ​ກົງ​ຂອງ​ຄົນຟິລິບ​ປິນ ​ແລະ​ຈໍາກັດ​ວິຊາ​ເຮັດ​ວຽກ​ນອກ​ຈາກ​ແມ່​ເຮືອນແລະ​ວິຊາ​ດ້ານ​ການຄ້າຕໍ່ຟິລິບ​ປິນຕື່ມ​ອີກ.