ຂ່າວທີ່​ວ່າ​ສະຖານທູດ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ​ເຈົ້າໜ້າ​ທີ່​ຊັ້ນ​ສູງຂອງອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ກະ​ແສ​ຕໍ່ຕ້ານ​ຢ່າງ​ຮຸນ​ແຮງ​ຢູ່ອິນ​ໂດ​ເນ​ເຊຍ

(GMT+08:00) 2013-11-01 17:35:58     cri

ວັນ​ທີ 29 ຕຸລາ​ແລ້ວ​ນີ້, ໜັງສືພິມ the Sydney Morning Herald ລາຍງານວ່າ,ອາເມລິກາໄດ້ລັກຟັງໂທລະສັບແລະຕິດຕາມ ລະບົບສື່ສານໂດຍນໍາໃຊ້ອຸປະກອນຕິດຕາມທີ່ຕິດຕັ້ງຢູ່ສະຖານທູດອາເມລິກາປະຈໍາອິນ​ໂດ​ເນ​ເຊຍ, ຜູ້ທີ່ຖືກຕິດຕາມລັກຟັງລວມມີ ທ່ານສຸສິໂລ ບໍາບັງ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ແລະ​ເຈົ້າໜ້າ​ທີ່​ຊັ້ນ​ສູງຄົນອື່ນໆ. ປັດຈຸບັນ​ນີ້, ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ມີ​ປະຕິກິລິຍາຕອບ​ໂຕ້​ຕໍ່ບົດ​ລາຍ​ງານ​ນີ້​ເທື່ອ. ​ບົດ​ລາຍ​ງານ​ນີ້​ໄດ້ເກີດ​ກະ​ແສ​ຕໍ່ຕ້ານ​ຢ່າງ​ຮຸນ​ແຮງຢູ່ອິນ​ໂດ​ເນ​ເຊຍ, ​ສື່​ມວນ​ຊົນຫລາຍ​ແຫ່ງ, ​ເຈົ້າ​ໜ້າ​ທີ່​ແລະ​ນັກວິຊາການ​ຫລາຍ​ທ່ານ​ຂອງອິນ​ໂດ​ເນ​ເຊຍ​ລ້ວນ​ແຕ່ໄດ້​ກ່າວ​ປະນາມ​ເລື່ອງ​ນີ້ຢ່າງ​ຮຸນ​ແຮງ ​ໂດຍ​ໄດ້ຮຽກຮ້ອງ​ໃຫ້​ລັດຖະບານຈົ່ງ​ໃຊ້​ທ່າ​ທີ​ທີ່​​ແຂງແຮງ​​​ເພື່ອກ່າວ​ປະນາມ​ອາ​ເມ​ລິ​ກາ​ແລະ​ໃຫ້​ອາ​ເມ​ລິ​ກາ​ເປັນ​ຜູ້​ຮັບຜິດຊອບ ຍິ່ງ​ໄປ​ກວ່າ​ນັ້ນ, ກໍ​ຮຽກຮ້ອງ​​ໃຫ້​ສົ່ງ​ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ເມ​ລິ​ກາທີ່​ກ່ຽວຂ້ອງ​ກັບ​ຄືນ​ປະ​ເທດແລະຮຽກ​ເຈົ້າ​ໜ້າ​ທີ່​ການ​ທູດອິນ​ໂດ​ເນ​ເຊຍປະ​ຈໍາ​ອາ​ເມ​ລິ​ກາ​ກັບ​ຄືນປະ​ເທດ.

ຕໍ່​ເລື່ອງ​ນີ້, ວັນ​ທີ 30 ຕຸລາ​ແລ້ວ​ນີ້, ທ່ານ​ມາ​ຕີ ນາ​ຕາ​ເລ​ກາ​ວາ, ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດອິນ​ໂດ​ເນ​ເຊຍ​ໄດ້​ຮຽກທ່ານ​ໂບ, ອຸ​ປະ​ທູດສະຖານທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ອິນ​ໂດ​ເນ​ເຊຍ​ເຂົ້າ​ພົບ ​ໂດຍ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍອາ​ເມ​ລິ​ກາຈົ່ງ​ອະທິບາຍ​​ເຫດການ​ທີ່​ຕັ້ງ​ສະຖານີ​ຕິດຕາມ​ລັກ​ຟັງ​ຢູ່​ສະຖານທູດ​ອາ​ເມ​ລິ​ກາ​ປະ​ຈໍາ​ອິນ​ໂດ​ເນ​ເຊຍ ​ແລະ​ໄດ້​ກ່າວ​ວ່າ, ການ​ຕິດຕາມ​ລັກ​​ຟັງ​ຂອງ​ອາ​ເມ​ລິ​ກາ​ "​ເປັນ​ສິ່ງ​ທີ່ບໍ່ສາມາດຍອມຮັບ​ໄດ້", ອິນ​ໂນ​ເນ​ເຊຍ​ສະ​ແດງ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.

ທ່ານ​​ຟາ​ກີຣີ, ນັກ​ຄົ້ນຄວ້າ​ການ​ເມືອງ​ຂອງ​ສະ​ຖາ​ບັນ​ວິທະຍາສາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ການ​ທະ​ທໍາ​ທີ່​ຕິດຕາມ​ລັກ​​ຟັງ​​ເປັນ​ການ​ຢຽບ​ຢໍ່າ​ທໍາລາຍ​ຢ່າງ​ເປີດ​ແປນ​ຕໍ່​ສິດ​ທິມະນຸດ, ​ມັງ​ເປັນ​ການທໍາລາຍ​ອະທິປະ​ໄຕ​ຂອງ​ປະ​ເທດຢ່າງ​ຮ້າຍ​ແຮງ, ພາ​ບພົດ​ເທິງ​ເວທີ​ສາກົນ​ຂອງ​ອາ​ເມ​ລິ​ກາ​ກໍ​​ໄດ້​ຮັບ​ຜົນ​ກະທົບ​ຍ້ອນ​ເຫດການ​ນີ້, ຫລາຍ​ປະ​ເທດ​ເຊິ່ງລວມທັງ​ອິນ​ໂດ​ເນ​ເຊຍກໍ​ຈະ​ບໍ່​ມີ​ການ​ເຊື່ອ​ຖື​ຕໍ່ການ​ກະທໍາ​ຂອງ​ອາ​ເມ​ລິ​ກາຕໍ່​ໄປ​ອີກ.