ລັດຖະບານ​ເຢຍລະ​ມັນ​ກ່າວ​ວ່າ​ຍິນ​ດີ​ສົນທະນາກັບ​ທ່ານ​ສະ​ໂນ​ເຕັນ​​ໂດຍ​ກົງ​

(GMT+08:00) 2013-11-02 13:40:10     cri

ຫລັງ​ຈາກ​ສະມາຊິກ​ລັດຖະສະພາ​ເຢຍລະ​ມັນ​ໄດ້​ພົບ​ປະ​ກັບ​ທ່ານ​ແອ​ເວີ​ດ ສະ​ໂນ​ເຕັນ​ຢູ່ນະຄອນຫລວງ​ມົສກູ​ຂອງຣັດ​ເຊຍ​ໂດຍ​ທາງ​ລັບ​ແລ້ວ, ທ່ານ​ເຟຼຕຼີຮີ ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ເຢຍລະ​ມັນ​ກໍ່​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ລັດຖະບານ​ເຢຍລະມັນ​ຍິນ​ດີ​ສົນທະນາກັບ​ທ່ານ​ສະ​ໂນ​ເຕັນ​ໂດຍ​ກົງ. ນີ້​ແມ່ນ​ລັດຖະບານ​ເຢຍລະ​ມັນ​ສົ່ງ​ສັນຍານ​ໂດຍ​ກົງ​ໄປຍັງທ່ານ​ສະ​ໂນ​ເຕັນ​ເປັນ​ຄັ້ງ​ທຳ​ອິດ.

ປັດຈຸບັນ, ພັກ​ສັງຄົມ​ປະຊາທິປະ​ໄຕ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ການ​ສ້າງ​ຄະນະ​ລັດຖະບານ​ຊຸດ​ໃຫມ່​ກໍ່​ສະ​ເຫ​ນີວ່າ, ດ້ານ​ຫນຶ່ງ​ຫວັງ​ວ່າ​ທ່ານ​ສະ​ໂນ​ເຕັນ​ສາມາດ​ໃຫ້​ຄຳ​ຢືນຢັນ​​ໃນ​ການ​ສຳ​ຫລວດ​ເຫດການ​ລັກ​ຟັງ, ອີກ​ດ້ານ​ຫນຶ່ງ​ກໍ່​ຈະ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ​ສະ​ໂນ​ເຕັນ, ​ແລະ​ບໍ່​ຄວນ​ກະທົບ​ເຖິງ​ການ​ພົວພັນ​ທາງ​ການ​ຕ່າງປະ​ເທດລະຫວ່າງ​ເຢຍລະ​ມັນ​ກັບ​ອາ​ເມ​ລິ​ກາ.

ຍ້ອນການ​ເຜີຍ​ແປທ່ານ​ສະ​ໂນ​ເຕັນ, ຈິ່ງ​ເຮັດ​ໃຫ້ການ​ລັກ​ຟັງ​ຢ່າງ​ຜິດ​ກົດຫມາຍ​ຫລາຍ​ຢ່າງ​ຂອງ​ລັດຖະບານ​ອາ​​ເມ​ລິ​ກາ​ຖືກ​​ເປີດເຜີຍ​​ຕໍ່​ພາຍ​ນອກ, ​ເຊິ່ງລວມທັງ​ເຫດການ​ລັກ​ຟັງ​ການ​ລົມ​ໂທລະສັບ​ມື​ຖື​ຂອງ​ທ່າ​ນາງ​ເມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ. ຫາງ​ສຽງ​ເຢຍລະ​ມັນ​ກໍ່​ພາກັນ​ອອກສຽງ​ຂອບ​ໃຈ​ແລະ​ຮຽກຮ້ອງ​ໃຫ້​ປົກ​ປ້ອງ​ທ່ານ​ສະ​ໂນ​ເຕັນ, ຫວັງ​ວ່າ​ເຢຍລະ​ມັນ​ສາມາດ​ສະຫນອງ​ບ່ອນ​ຫລີກ​ໄພ​ໃຫ້​ແກ່​ທ່ານ​ສະ​ໂນ​ເຕັນ.

ກະຊວງ​ຍຸດຕິ​ທຳ​ຂອງ​ເຢຍລະ​ມັນ​ກ່າວ​ວ່າ, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ຮຽກຮ້ອງ​ຕໍ່​ເຢຍລະ​ມັນ​ເພື່ອ​ຢາກ​ສົ່ງ​ທ່ານ​ສະ​ໂນ​ເຕັນ​ຄືນ​ໃຫ້​ອາ​ເມ​ລິ​ກາກ່ອນ​ແລ້ວ, ສະ​ນັ້ນ, ​ເຢຍລະ​ມັນ​ບໍ່​ສາມາດ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ທ່ານ​ສະ​ໂນ​ເຕັນ​ໄດ້. ​ແຕ່​ນັກວິຊາການ​ດ້ານ​ຕຸລາການ​ຈຳນວນ​ຫນຶ່ງ​ພັດ​ເຫັນ​ວ່າ, ຫລັງ​ຈາກ​ໄດ້​ເສຍ​ຫນັງສືຜ່ານ​ແດນ​ຂອງ​ອາ​ເມ​ລິ​ກາ​ແລ້ວ, ທ່ານ​ສະ​ໂນ​ເຕັນ​ໄດ້​ກາຍ​ເປັນ​ຜູ່​ທີ່​ປາສະຈາກ​ສັນຊາດ, ສະ​ນັ້ນ, ລັດຖະບານ​ເຢຍລະ​ມັນ​ແມ່ນ​ສາມາດ​ສະຫນອງ​ບ່ອນຢູ່​ໃຫ້​ແກ່​ທ່ານ​ສະ​ໂນ​ເຕັນ​ຍ້ອນ​ປົ​ກປ້ອງ​ຜົນ​ປະ​ໂຫຍ​ດ້ານ​ການ​ເມືອງ​ຂອງ​ປະ​ເທດຕົນ.