ຈີນເປັນ​ປະ​ເທດ​ປະທານ​ຫມູນວຽນ​ປະຈຳ​ເດືອນ​ພະຈິກຂອງ​ສະພາ​ມົນຕີ​ຄວາມ​ຫມັ້ນຄົງ​ອົງການ​ປະ​ສະ​ປະຊາ​ຊາດ

(GMT+08:00) 2013-11-02 13:42:10     cri

ວັນ​ທີ 1 ພະຈິກ​ນີ້, ຈີນ​ໄດ້​ຮັບ​ຕຳ​ແຫນ່​ງ​ເປັນ​ປະ​ເທດ​ປະທານ​ຫມູນວຽນ​ຂອງ​ສະພາ​ມົນຕີ​ຄວາມ​ຫມັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດຢ່າງ​ເປັນ​ທາງ​ການ, ​ເຊິ່ງຈະ​ດຳລົງ​ຕຳ​ແຫນ່​ງນີ້​ຈະ​ໄປ​ຮອດ​ທ້າຍ​ເດືອນ​ພະຈິກ​ນີ້.
ທ່ານ​ຫລິວ​ເຈ​ອີ່, ຜູ່​ຕາງຫນ້າ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ອີງ​ຕາມ​ແຜນການ​ໃນ​ປັດຈຸບັນ, ​ເດືອນ​ພະຈິກ​ນີ້, ສະພາ​ຄວາມ​ຫມັ້ນຄົງ​ຈະ​ຈັດ​ກອງ​ປະຊຸມ​ຫລື​ກາ​ນ ປຶກສາ​ຫາລື 20 ກວ່າ​ເທື່ອ, ​ເຊິ່ງກ່ຽວ​ພັນ​ເຖິງ 20 ກວ່າ​ຫົວ​ຂໍ້, ບັນຫາ​ຈຸດ​ສຸມ​ຂອງ​ອາ​ຟຼີກາ​ແລະ​ຕາ​ເວັນ​ອອກ​ກາງ​ແມ່ນ​ວຽກ​ງານ​ສຳຄັນ​ຂອງ​ສະພາ​ຄວາມ​ຫມັ້ນຄົງ​ໃນ​ເດືອນ​ນີ້.