ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງປະຊຸມ​ປັກ​ກິ່ງ​ຂອງສະພາ​ມົນຕີ​ສັດຕະວັດ​ທີ21

(GMT+08:00) 2013-11-02 15:15:19     cri

ຕອນ​ຄ່ຳ​ວັນ​ທີ 1 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງປະຊຸມ​ປັກ​ກິ່ງ​ສະພາ​ມົນຕີ​ສັດຕະວັດ​ທີ 21 ຢູ່​ຫໍ​ສະພາ​ປະຊາຊົນ, ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ພາດ​ຫົວ​ເລື່ອງ​ວ່າ "ປະ​ເທດ​ຈີນ​ທີ່​ຢູ່​ໃນ​ໂລກກຳລັງ​ປ່ຽນ​ແປງ​".

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ຈີນກຳລັງ​ທຳ​ຄວາມ​ພະຍາ​ຍາມ​​ເພື່ອແກ້​ໄຂ​ບັນຫາລັກສະນະ​ອົງ​ປະກອບ​ອັນ​ສຳຄັນ​ທີ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປະ​ເຊີນ​ໜ້າ​ນັ້ນ, ສຸມ​ກຳລັງ​ໃຫ້ການ​​ເພິ່ມລາຍ​ຮັບ​ຂອງ​ມວນ​ຊົນ​ໄປ​ພ້ອມ​ກັບ​ບາດກ້າວການ​ພັດທະນາ​ຂອງ​ເສດຖະກິດ, ປັບປຸງ​ຄວາມ​ປອດ​ໄພ​​ການປະກັນສັງຄົມ​ໃຫ້​ຍຸດຕິ​ທຳ, ຊຸກ​ຍູ້​​ສັງຄົມ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ, ​ໂດຍ​ສະ​ເພາະ​ແມ່ນ​ຂະຫຍາຍຍຸດຕິ​ທຳ​ດ້ານ​ການ​ສຶກສາ, ຍຸດຕິ​ທຳ​ດ້ານ​ການ​ປະກອບ​ອາຊີບ ​ແລະ ຍຸດຕິ​ທຳ​ດ້ານ​ປະກອບ​ທຸລະ​ກິດ, ຊຸກ​ຍູ້​ໃຫ້​ສັງຄົມ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ​ໂດຍ​ຕະຫຼອດ, ​​ເພິ່ມທະວີພະລັງ​ຊີວິດ​ຂອງ​ຕະຫຼາດ ​ແລະ ສັງຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຈະ​ສືບ​ຕໍ່​ຍຶດໝັ້ນ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃຫ້​ກວ້າງຂວາງ​ກວ່າ​ເກົ່າ, ນີ້​ຈະສ້າງໂອກາດ​ຫຼາຍ​ກວ່​າ​ເກົ່າ​ເພື່ອ​ໃຫ້​ຈີນ​ຮ່ວມ​ມື​ກັບ​ໂລກ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ຈີນ​ສຸມ​ກຳລັງ​ສ້າງ​ສະພາບ​ແວດລ້ອມ​ສາກົນ​ທີ່​ມີ​ສັນຕິພາບ ​ແລະ ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ມີ​ສະຖຽນ​ລະ​ພາບ​ໂດຍ​ຕະຫຼອດ​, ບັນລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ນີ້​ແມ່ນ​ປະຖົມ​ປັດ​ໄຈ​ອັນ​ຈຳ​ເປັນ​ທີ່​ຈີນ​ໄດ້​ມີ​ການພັດທະນາ​ທີ່​ຜ່ານ​ມາ.

ທ່ານ​ຫຼີ​ເຄີ້ຊຽງ​ຊີ້​ອອກ​ວ່າ, ​ກ່ຽວ​ກັບບັນຫາທີ່​ຕົກ​ຄ້າງມາ​ແຕ່ປະຫວັດສາດຈຳນວນ​ໜຶ່ງ, ຈີນ​ມີເຈດ​ຈຳນົງ​ໃຫ້​ແກ້​ໄຂ​​ໃຫ້​ຕົກໂດຍ​ຜ່ານ​ການ​ສົນທະນາ, ປະຕິ​ບັດ​ມາດ​ຕະການ​ອັນ​ຕັ້ງໜ້າ​ເພື່ອ​ປົກ​ປັກ​ຮັກສາສະພາບ​ການ​ພັດທະນາ​​ໂດຍສັນ​ຕິ​ ​ແລະ ການຮ່ວມ​ມື.