ປີ​ນີ້,ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ອັນ​ດັບ​ທີ​ໜຶ່ງ​ຂອງ​ໂລກໃນ​ການ​ຂາຍຍ່ອຍ​​ໂດຍ​ຜ່ານອິນ​ເຕີ​ເນັດ

(GMT+08:00) 2013-11-02 15:17:07     cri

ວັນ​ທີ 1 ພະຈິກ​ນີ້, ​ໃນ "ກອງ​ປະຊຸມ​ສຳ​ມະ​ນາ​ລະດັບ​ສູງ​ຂອງການ​ຄ້າ​ເອ​ເລັກ​ໂຕຼນິກຂ້າມ​ຊາດ​ຈີນ​2013" ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ, ທ່ານ​ເນ້ລີ​ນ​ໄຫ ຮອງ​ຫົວໜ້າ​ກົມການ​ຄ້າເອ​ເລັກ​ໂຕຼນິກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ປີ​ນີ້, ຈີນ​ຈະລື່ນກາຍ​ອາ​ເມ​ລິ​ກາ ​ແລ້ວກາຍ​ເປັນປະ​ເທດ​ອັນ​ດັບ​ທີ​ໜຶ່ງຂອງ​ໂລກໃນ​ການ​ຂາຍຍ່ອຍ​ໂດຍ​ຜ່ານ​ອິນ​ເຕີ​ເນັດ.

ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ບໍ່​ເທົ່າ​ໃດ​ປີ​ມານີ້, ຈັງຫວະການ​ເຕີບ​ໂຕ​ສະ​ເລ່ຍຕໍ່​ປີ​ຂອງ​ການ​ຄ້າ​ເອ​ເລັກ​ໂຕຼນິດ​ຂອງ​ຈີນ​​ໄວກວ່າ 30%, ​ໃນ​ປີ 2012, ຍອດ​ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕຼນິກຂອງ​ຈີນ​ມີ 8000 ຕື້​ຢວນ, ​ໃນ​ນັ້ນ, ການ​ຂາຍຍ່ອຍໂດຍ​ຜ່ານອິນ​ເຕີ​ເນັດ​ຫຼາຍກວ່າ 1300 ຕື້​ຢວນ, ​ໃນ 5-6 ປີ​ມາ​ນີ້, ຈັງ​ຫວະ​ການເຕີບ​ໂຕ​ຂອງການ​ຂາຍ​ຍ່ອຍ​​ໂດຍ​ຜ່ານ​ອິນ​ເຕີ​ເນັດ​ເກືອບ​ເປັນ 100%. ຂະນະ​ດຽວ​ກັນ​ນີ້, ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕຼນິດ​ຂ້າມ​ຊາດ​ຂອງ​ຈີນ​ກໍ່​ເພິ່ມຂຶ້ນ​ຢ່າ​ງວ່ອງ​ໄວ, ປີ 2012, ມູນ​ຄ່າ​ການ​ຄ້າ​ເອ​ເລັກ​ໂຕຼນິກຂ້າມ​ຊາດ​ຂອງ​ຈີນ​ຫຼາຍ​ກວ່າ 200 ຕື້​ໂດ​ລາ​ສະຫະລັດ, ​ເພິ່ມຂຶ້ນ 25% ​ເມື່ອ​ທຽບ​ກັບປີ 2011.

ທ່ານ​ເນ້ລີ​ນ​ໄຫ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຄ້າ​ເອ​ເລັກ​​ໂຕຼນິກຂ້າມ​ຊາດ​ໃນ​ລະດັບ​ສູງ, ຖື​ການ​ຄ້າ​ເອ​ເລັກ​ໂຕຼນິກຂ້າມ​ຊາດ​ເປັນວິທີ​ສຳຄັນ​ອັນ​ໜຶ່ງ​ໃນ​ການປັບປຸງ​ອົງ​ປະກອບ ​ແລະ ການ​ຄ້າ​ກັບ​ຕ່າງປະ​ເທດ​​ເຕີບ​ໂຕ​ຢ່າງໝັ້ນທ່ຽງໃນ​ສະ​ເພາະ​ໜ້າ​ນີ້.ຫວ່າງ​ມໍ່ໆ​ນີ້, ພາກສ່ວນ​ລັດຖະບານ​ທີ່​ກ່ຽວຂ້ອງ​ຂອງ​ຈີນ,​ເຊັ່ນ,ກະຊວງ​ການ​ຄ້າ​ຈີນ, ຄະນະ​ກຳມະການ​​ການພັດທະນາ​ແລະການປະຕິ​ຮູບ​ແຫ່ງ​ລັດ​ຈີນ , ກະຊວງ​ການ​ເງິນ​ຈີນ, ທະນາຄານ​ປະຊາຊົນ​ຈີນ,​​ແລະ ກົມໃຫຍ່​ພາສີ​ຈີນ​ເປັນ​ຕົ້ນ​ໄດ້​ຮ່ວມ​ກັນ​ວາງ​ນະ​ໂຍບາຍ​ຫຼາຍ​ລາຍ​ເພື່ອ​ສະໜັບສະໜູນ​ການ​ຂາຍຍ່ອຍ​ສົ່ງ​ອອກ​ໂດຍ​ຜ່ານ​ອິນ​ເຕີ​ເນັດ, ​ເຊິ່ງລວມທັງ​ສ້າງຮູບ​ແບບ​ຕິດຕາມ​ຄຸ້ມ​ຄອງດ່ານ​ພາສີ​ແບບ​ໃໝ່​ຂອງ​ການ​ສົ່ງ​ອອກ​ການ​ຄ້າ​ເອ​ເລັກ​ໂຕຼນິກ, ​ແລະຮູບ​ແບບ​ຕິດຕາມ​ຄຸ້ມ​ຄອງ​ການ​ກວດກາສິນຄ້າ​ສົ່ງ​ອອກ​ຂອງການ​ຄ້າ​ເອ​ເລັກ​​ໂຕຼນິກ​ເປັນ​ຕົ້ນ.