ຈີ​ນຈະຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ​ຂອງ​ອົງການຮ່ວມ​ມື​ຊຽງ​ໄຮ ​ເພີ່ມ​ຄວາມ​ແຮງ​ໂຈມ​ຕີ "ອິດ​ທິກຳລັງ 3 ກຸ່ມ" ​ຕື່ມ​ອີກ

(GMT+08:00) 2013-11-02 13:41:41     cri
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 1 ພະຈິກ​ນີ້, ທ່ານ​ນາງຮົ່ວ​ຊຸ່ນຢິງ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ເຫດການ​ກໍ່ການຮ້າຍ "28 ຕຸລາ" ສະ​ແດງ​ໃຫ້​ເຫັນ​ວ່າ, ອິດ​ທິກຳລັງ​ຂອງ​ລັດທິ​ກໍ່​ການຮ້າຍ​ຍັງ​ພວມ​ລົບ​ກວນ​ແລະ​ທຳລາຍຄວາມໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ​ສະມາຊິກ​ອົງການຮ່ວມ​ມື​ຊຽງ​ໄຮ​ ດ້ວຍ​ທຸກ​ວິທີ. ຝ່າຍ​ຈີນ​ຈະຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ, ​ເພີ່ມ​ຄວາມ​ແຮງ​​ໃນ​ການໂຈມ​ຕີ "ອິດ​ທິກຳລັງ 3 ກຸ່ມ" ຕື່ມ​ອີກ, ​​ຄື: ລັດທິ​ກໍ່​ການຮ້າຍ, ລັດທິ​ຫົວ​ຈັດ​ແລະ​ລັດທິ​ແບ່ງ​ແຍກ, ​ເພື່ອຮັກສາ​ຄວາມ​ໝັ້ນຄົງ​ແລະສະຖຽນລະ​ພາບ​ຂອງ​ພາກ​ພື້ນ​​ແຫ່ງນີ້.

ທ່ານ​ນາງຮົ່ວ​ຊຸ່ນຢິງກ່າວ​ວ່າ, ພະ​ແນ​ກປ້ອງ​ກັນ​ຄວາມສະຫງົບ​ນະຄອນຫຼວງປັກ​ກິ່ງ​ໄດ້​ປະ​ກາດ​ຜົນ​ການ​ສຳຫຼວດ​ເຫດການ "28 ຕຸລາ" ​​ເບື້ອງ​ຕົ້ນ. ຕຳຫຼວດຢືນຢັນ​ໃນ​ເບື້ອງ​ຕົ້ນ​ວ່າ, ​ເຫດການ​ເທື່ອ​ນີ້ ​ແມ່ນ​ເຫດການຫຼອນ​ໂຈມ​ຕີ​ແບບ​ກໍ່ການຮ້າຍ​ດ້ວຍກຳລັງຮຸນ​ແຮງ ທີ່​ມີ​​ແຜນການ​ລະອຽດ, ມີ​ການຈັດ​ຕັ້ງ ​ແລະ​ມີ​ກົນອຸບາຍ. ປັດຈຸບັນ, ​ຄະດີ​ດັ່ງກ່າວ​ຍັງ​ພວມ​ສຳຫຼວດຕື່ມ​ອີກ​ຢູ່.

ທ່ານ​ນາງຮົ່ວ​ຊຸ່ນຢິງກ່າວ​ວ່າ, ລັດທິ​ກໍ່​ການຮ້າຍ​ແມ່ນ​ສັດຕູຮ່ວມ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​​ໂລກ​. ອົງການຮ່ວມ​ມື​ຊຽງ​ໄຮໄດ້​ຖື​ການ​ໂຈມ​ຕີ "ອິດ​ທິກຳລັງ 3 ກຸ່ມ"​ ​​ຄື: ລັດທິ​ກໍ່​ການຮ້າຍ, ລັດທິ​ຫົວ​ຈັດ​ແລະ​ລັດທິ​ແບ່ງ​ແຍກ ເປັນທິດ​ຮ່ວມ​ມື​ບູລິ​ມະ​ສິດ​ມາ​ໂດຍ​ຕະຫຼອດ. ປະ​ເທດ​ສະມາຊິກ​ໄດ້ຮັບໝາກຜົນ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ການ​ປັບປຸງ​ພື້ນຖານ​ກົດໝາຍ​ໃຫ້​ສົມບູນ, ການ​ສ້າງ​ກົນ​ໄກຮ່ວມ​ມື, ການ​ດຳ​ເນີນ​ການຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ​ແລະ​ການ​ໄປມາຫາ​ສູ່​ກັນ​ກັບປະ​ເທດ​ຕ່າງໆ​​ເປັນ​ຕົ້ນ.