ການ​ທາວ​ເອົາ​ກັບ​ດຳ​ຂອງ​ຍົນ​ໂດຍສານການບິນ​ລາວ​ທີ່​ຕົກ​ຢູ່​ແມ່​ນ້ຳຂອງ

(GMT+08:00) 2013-11-03 13:42:55     cri

ວັນທີ 2 ພະຈິກນີ້, ທ່ານຢາ​ກົວ ລໍ​ປາງ​ກາວ ຫົວຫນ້າ​ກົມ​ການບິນ​ພົນລະ​ເຮືອນ​ລາວ​ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ຊາບ​ວ່າ, ກັບ​ດຳ​ສອງ​ຫນ່ວຍ​ຂອງ​ຍົນ​ໂດຍສານ​ການບິນ​ລາວ​ທີ່​ຕົກ​ໃນ​ວັນ​ທີ 16 ຕຸລາ​​ແລ້ວ​ນີ້​ໄດ້​ຖືກ​ທາວ​ອອກ​ຈາກ​ນ້ຳຂອງ​ແລ້ວ.

ທ່ານ​ກ່າວ​ວ່າ, ຍົນ​ໂດຍສານ ATR-72 ທີ່​​ເກີດ​ເຫດນັ້ນ​ມີ​ກັບ​ດຳ​ສອງ​ຫນ່ວຍ, ຫລັງ​ຈາກ​ໄດ້ທາວເອົາ​ຫນ່ວຍ​ທຳ​ອິດ​ທີ່​ບັນທຶກ​ຂໍ້​ມູນ​ການບິນ​ໃນ​ວັນ​ທີ 30 ຕຸລາ​ແລ້ວ​ນີ້, ​ໃນ​ວັນ​ທີ 1 ພະຈິກ​ນີ້, ກໍ່​ໄດ້​ທາວ​ເອົາ​ກັບ​ດຳ​ຫນ່ວຍ​ທີ​ສອງ​ອອກ​ມາ, ​ເຊິ່ງກັບ​ດຳ​ຫນ່ວຍ​ນີ້​​ໄດ້​ບັນທຸກ​ຂໍ້​ມູນ​ຕ່າງໆ​ທາງ​ດ້ານ​ໂທລະ​ຄົມ, ​ການ​ອັດ​ສຽງ​ຕ່າງໆ​ຢູ່​​ເທິງ​ຍົນ.

ທ່ານ​ແນະນຳ​ວ່າ, ບໍລິສັດ​ຜະລິດ​ຍົນ​ຂອງ​ຝຣັ່ງ​ແລະ​ພາກສ່ວນ​ສືບສວນ​ ​ເຫດການ​ຍົນ​ຕົກ​ຂອງຝຣັ່ງຈະ​ນຳ​ເອົາ​ກັບ​ດຳ​ສອງ​ຫນ່ວຍ​ນີ້​ກັບ​ຄືນ​ປະ​ເທດ​ຝຣັ່ງ​ເພື່ອ​ດຳ​ເນີນ​ການ​ວິ​ເຄາະ, ​ບົດ​ລາຍ​ງານການ​ວິ​ເຄາະ​​ຂໍ້​ມູນ​ຂອງ​ກັບ​ດຳ​ທີ່​ຄົບ​ຖ້ວນ​ນັ້ນ​ຕ້ອງການ​ເວລາ​ປະມານ 1 ​ເດືອນ​ຈິ່ງ​ຈະ​ສຳ​ເລັດ​ໄດ້.