ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍກ່າວ​ວ່າ:ການ​ລັກ​ຟັງ​ຈະ​ທຳລາຍ​ການ​ພົວພັນ​ລະຫວ່າງ​ພັນທະ​ມິດ

(GMT+08:00) 2013-11-03 14:06:20     cri

ວັນ​ທີ 2 ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​ໄດ້​ອອກແຈ້ງ​ການ​ໂດຍ​ກ່າວ​ວ່າ, ປະ​ເທດ​ທີ່​ມີ​ການ​ພົວພັນ​​ອັນ​ດີ​ງາມບໍ່​ຄວນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕິດຕາມ​ຕໍ່​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ, ​ເພາະວ່າ​ເຮັດ​ແນວ​ນີ້​ຈະ​ກະທົບ​ເຖິງ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ​ໃນ​ປັດຈຸບັນ.

​ແຈ້ງ​ການ​ດ່ັງກ່າວ​ຂຽນ​ວ່າ, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມສະຫະພັນ​ການ​ຮ່ວມ​ມື​ພາກ​ພື້ນບໍລິ​ເວນ​ມະຫາ​ສະຫມຸດ​ອິນ​ເດຍຄັ້ງ​ທີ 13, ທ່ານ ອາ​ນີຟັນ ອາ​ມັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​ໄດ້​ພົບ​ປະ​ກັບ​ທ່ານ ຈູ​ລີ ບີ​ຊົບ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອົສຕຼາລີ, ​ສວຍ​ໂອກາດ​ນີ້ໄດ້​ສະ​ແດງຄວາມ​ບໍ່ພໍ​ໃຈ​ຕໍ່​ອົສຕຼາລີ​ທີ່​ມີ​ຂ່າວ​​ເປີດ​ເຜີຍວ່າ​ອົສຕຼາລີ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຕິດຕາມ​ມາ​ເລ​ເຊຍ.

ທ່ານ​ບິ​ຊົບ​ກ່າວ​ວ່າ, ອີງ​ຕາມ​ນະ​ໂຍບາຍ​ຂອງ​ລັດຖະບານ​ອົສຕຼາລີ, ທ່ານ​ຈະ​ບໍ່ຕອບ​ຕໍ່​ເຫດການ​ດັ່ງກ່າວ, ​ແຕ່​ຈະ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຄວາມ​ວິຕົກ​ກັງ​ວົນ​ຂອງ​ມາ​ເລ​ເຊຍ​ທີ່​ມີ​ຕໍ່​ເຫດການ​ນີ້, ​ແລະ​ຮັບປະກັນ ​ວ່າ​ລັດຖະບານ​ອົສຕຼາລີ​ຈະຖື​ການ​ພົວພັນອັນ​ສະຫນິດສະຫນົມກັບ​ມາ​ເລ​ເຊຍ​ເປັນ​ຜົນ​ປະ​ໂຫຍ​ດສຳຄັນ​ແລ້ວ​ພິຈາລະນາ​ເລື່ອງ​ນີ້.

ນອກ​ນີ້, ​ເມື່ອ​ມີ​ຂ່າວ​ລາຍ​ງານ​ວ່າ, ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະຈຳ​ມາ​ເລ​ເຊຍ​ແລະ​ເຈົ້າ​ຫນ້າ​ທີ່​ສູງ​ສຸດ​ຂອງ​ອົສຕຼາລີ ປະຈຳ​ຢູ່​ມາ​ເລ​ເຊຍ​ມີ​ການ​ເຄື່ອນ​ໄຫວ​ຕິດຕາ​ມມາ​ເລ​ເຊຍ​ແລ້ວ, ວັນ​ທີ 2 ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​ກໍ່​ໄດ້​ຮຽກ​ພົບ​ຜູ່​ຕາງຫນ້າ​ຂອງ​ສອງ​ປະ​ເທດ​ນີ້, ​ເພື່ອ​ຍື່ນ​ຫນັງສື​ປະ​ທ້ວງ​.