ໃນ5​ປີ​ມໍ່ໆ​ມາ​ນີ້,ກ​ານ​ເງິນ​ສູນ​ກາງ​ຈີນ​ໃຊ້​ງົບປະມານ11​ຕື້​ຢວນ​ເຂົ້າ​ໃນ​ພາລະກິດ​ຄົນ​ພິການ

(GMT+08:00) 2013-11-03 13:45:21     cri

ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບປະກັນ​ສິດ​ແລະຜົນ​ປະ​ໂຫຍ​ດ ​ແລະ ການ​ບໍລິການສາທາລະນະ​ຄົນ​ພິການ​ປີ 2013 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ພະຈິກ​ນີ້, ທ່ານ​ຊີງ​​ໄຂ ຮອງ​ປະທານ​ສະຫະພັນ​ຄົນ​ພິການ​ຈີນ​ບອກ​ໃຫ້​ຮູ້​ວ່າ, ​ໃນ 5 ປີ​ມໍ່ໆ​ມາ​ນີ້, ກ​ານ​ເງິນ​ສູນ​ກາງ​ຈີນ​ໃຊ້​ງົບປະມານ11​ຕື້​ຢວນ​ເຂົ້າ​ໃນ​ພາລະກິດ​ຄົນ​ພິການ, ​​ໄດ້ຊຸກ​ຍູ້​ວຽກ​ງານ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຄົນ​ພິການ​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ.

ຂ່າວ​ແຈ້ງວ່າ, ​ໃນ 5 ປີ​ຂ້າງ​ໜ້າ, ການ​ເງິນ​ສູນ​ກາງ​ຈີນ​ຍັງ​ຈະ​ສືບ​ຕໍ່ອອກ​ແຮງ​ສະໜັບສະໜູນການ​ສ້າງສາອຸປະກອນຮັບ​ໃຊ້​​ຄົນ​ພິການ. ຈຸດ​ໜັກ​ລວມທັງ​ສ້າງ​ເຄືອ​ຂ່າຍຮັບປະກັນ​ຄວາມ​ປອດ​ໄພ​ຂັ້ນ​ພື້ນຖານ​ຕໍ່​ຄົນ​ພິ​ການ, ບູລະນະລະບົບບໍລິການ​ສາທາລະນະ​ຄົນ​ພິການ​ໃຫ້​ສົມບູນ​ຂຶ້ນ, ​ເພິ່ມທະວີ​ຄວາມ​ສາມາດ​ພັດທະນາ​ໂດຍ​ຕົນ​ເອງ​ຂອງ​ຄົນ​ພິການ, ຮັບປະກັນ​ສິດ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ ​ແລະ ​ໂອກາດ​ພັດທະນາ​ອັນ​ສະ​ເໝີ​ພາບ​ຂອງ​ຄົນ​ພິການ​ເປັນ​ຕົ້ນ.