ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ18ຈະ​ວາງແຜນການພັດທະນາ​​ສັງ​ລວມ

(GMT+08:00) 2013-11-03 15:38:10     cri

ຕາມຂ່າວ​CRI: ວັນ​ທີ 2 ພະຈິກ​ນີ້, ​ໃນ​ເວລາ​ພົບ​ປະ​ຜູ້ຕາງໜ້າ​ຕ່າງປະ​ເທດທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ປັກ​ກິ່ງ​ສະພາ​ມົນຕີ​ສັດຕະວັດ​ທີ 21 ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີ​ຈີນ​ຜີ​ງ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນຈະດຳ​ເນີນ​ໄປ​ໂດຍ​ຕະຫຼອດ. ອີກ​ບໍ່​​ເທົ່າ​ໃດ​ມື້, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18 ກໍ່​ຈະ​ວາງແຜນການ​ພັດທະນາສັງ​ລວມ, ​ເພື່ອຈັດ​ວາງ​ວຽກ​ງານ​ລົງ​ເລິກ​ການ​ປະຕິ​ຮູບ​​ໂດຍລວມ.

ທ່ານ​ສີ​ຈີນ​ຜີ​ງກ່າວ​ວ່າ, ຖ້າຢາກ​ບັນລຸ​ "ຄວາມ​ຝັນ​ຈີນ" ​ໃຫ້​ຜົນ​ເປັນ​ຈິງ, ພວກ​ຂ້າ​ພ​ະ​ເຈົ້າ​ກໍ່​ຕ້ອງ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ​ເສັ້ນທາງ​ສາຍ​ນີ້​ແມ່ນ​ເສັ້ນທາງ​ອັນຖືກຕ້ອງ​ທີ່​ປະຊາຊົນ​ຈີນ​ໄດ້​ພົນ​ເຫັນ​ຫຼັງ​ຄົ້ນຫາ​ຢ່າງ​ລຳບາກ​ເປັນ​ເວລາ​ຍາວ​ນານ. ການ​ພັດທະນາ​ຂອງ​ຈີນ​ຍັງ​ມີໜ້າ​ທີ່​ໜັກ​ໜ້າ ​ແລະ ​ມີເສັ້ນ​ທາງ​ຍາວ​ໄກ. ການ​ແກ້​ໄຂ​ບັນຫາ​ພັດທະນາ ​ແລະ ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອ​ງປະຊາຊົນ​ໃຫ້​ດີ​ຂຶ້ນ​ແມ່ນ​ໜ້າ​ທີ່​ສຳຄັນອັນ​ດັບ​ທີ​ໜຶ່ງ​ຂອງ​ພວກ​ຂ້າພະ​ເຈົ້າ.

ທ່ານ​ສີ​ຈີນ​ຜີ​ງກ່າວ​ເນັ້ນ​ວ່າ, ຄຽງ​ຄູ່​ກັບການພັດທະນາຂອງ​ຈີນ, ຈີນ​ຈະຮັບ​ແບກ​ໜ້າ​ທີ່​ສາກົນ​ຫຼາຍ​ກວ່າ​ເກົ່າ, ​ເຂົ້າ​ຮ່ວມ​ວຽກ​ງານ​ສາກົນ ​ແລະ ການ​ປະຕິ​ຮູບ​ລະ​ບົບສາກົນ​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ. ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຖື​ທ່າ​ທີ​ຖອມຕົວ, ຮ່ຳຮຽນ​ຖອດ​ຖອນ​ເອົາທິດ​ສະ​ດີ ​ແລະ ບົດຮຽນ​ການພັດທະນາ​ອັນ​ກ້າວໜ້າ​ຂອງ​ປະ​ເທດ​ອື່ນໆ, ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ຮ່ວມ​ກັນ​ກັບປະ​ເທດ​ອື່ນໆ​ຢ່າງ​ກົມກຽວ​ກັນ.