ທ່ານ​ສີ​ຈິ້ນ​ຜິ​ງ​ລົງ​ຕິດຕາມ​ເບິ່ງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫ້ນອຍ​ຢູ່​ເຂດ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຫູຫນານ

(GMT+08:00) 2013-11-04 11:09:56     cri

ທ່ານ​ສີ​ຈິ້ນ​ຜິ​ງ​ໄປ​ຊອກ​ຮູ້​ສະພາບ​ການ​ປູກ​ແລະ​ຈຳຫນ່າຍ​ຫມາກ​ລະ​ແຊັງ, ຫມາກ​ກ້ຽງ​ໃຫຍ່​ແລະ​ຫມາກ​ກີ​ວີ​ຢູ່​ທ້ອງ​ຖິ່ນ​ນັ້ນ.

 


ວັນ​ທີ 3 ພະ​ຈິ​ກນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເດີນທາງ​ໄປ​ຕິດຕາມ​ເບິ່ງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ກິ່ງ​ແຂ​ວງປົກຄອງ​ຕົນ​ເອງ​ເຜົ່າ​ຖູ​ເຈ່ຍ​ແລະ​ເຜົ່າມົ້ງທີ່​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຫູ​ຫນານ​ຈີນ. ທ່ານ​ກ່າວ​ເນັ້ນ​ວ່າ, ການ​ບັນລຸຊີວິດ​ທີ່​ອີ່ມ​ຫນາມ​ສຳລານ​ຢ່າງຮອບດ້ານ​ກໍ່​ຫມາຍ​ຄວາມ​ວ່າ​ຕ້ອງ​ເຮັດ​ໃຫ້​ເຂດ​ທຸກ​ຍາກ​ດີ​ຂຶ້ນ​ເຊັ່ນ​ກັນ, ການຫລຸດຜ່ອນຄວາມທຸກ​ຍາກ​ຕ້ອງດຳ​ເນີນ​ໄປ​ຕາມ​ສະພາບ​ຕົວ​ຈິງ, ວາງ​ມາດ​ຕະການ​ທີ່​ເຫມາະ​ສົມ​ກັບ​ບ່ອນ​ທີ່ມີ​ເງື່ອນ​ໄຂຕ່າງ​ກັນ.ທ່ານ​ກ່າວ​ວ່າ:

ມື້​ນີ້, ຂ້າພະ​ເຈົ້າ​ມາທີ່​ນີ້​ກໍ່​ແມ່ນ​ເພື່ອ​ມາເບິ່ງ​ບ້ານ​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ແທ້​ຈິງ, ບໍ່​ຄວນ​ເກັບ​ມ້ຽນ​ເຄື່ອງ​ຂອງ​ຢ່າງ​ຟ້າວ​ຟັ່ງ, ຄວນ​ໃຫ້​ມັນ​ມີ​ສະພາບ​ຄື​ເກົ່າ, ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ຮູ້​ສະພາບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ.

​ເມື່ອ​ໄດ້​ເດີນ​ຕາມ​ເສັ້ນທາງພູດ​ອຍ​ທີ່​ຄັບ​ແຄບ​ແລະ​ຄົດ​ລ້ຽວ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ໄປ​ຮອດ​ບ້ານ ສື​ປ່າ​ຕົ້ງ. ບ້ານ ສື​ປ່າ​ຕົ້ງ ບໍ່​ພຽງ​ແຕ່​ແມ່ນ​ບ້ານ​ເຜົ່າ​ມົ້ງທໍ່​ນັ້ນ,​ ແຕ່ແມ່ນ​ບ້ານ​ທຸກ​ຍາກບ້ານຫນຶ່ງ. ​ໃນ​ເວລາ​ໂອ້​ລົມ​ກັບ​ອຳນາດ​ການ​ປົກຄອງຂັ້ນ​ບ້ານ​ແລະ​ຊາວບ້ານ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ:

ຊີວິດ​ການ​ເປັນ​ຢູ່​ທີ່ມີ​ຄວາມ​ອີ່ມ​ຫນາມ​ສຳລານ​ຮອບດ້ານ​ກໍ່​ຫມາຍ​ຄວາມ​ວ່າ​ຕ້ອງເຮັດ​ໃຫ້​ເຂດ​ທຸກ​ຍາກ​ຄື​ພວກ​ເຮົາ​ນີ້​ດີ​ຂຶ້ນ​ຄື​ກັນ, ປັບປຸງ​ບ່ອນ​ທີ່​ທຸກຍາກ​ທີ່​ສຸດ, ຈິ່ງ​ຮັບປະກັນ​ການ​ບັນລຸ​ຊີວິດ​ທີ່​ອີ່ມ​ຫນາມ​ສຳລານ​ຢ່າງ​ແທ້ຈິງ​ໄດ້.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ການລົບ​ລ້າງ​ຄວາມທຸກ​ຍາກ​ບໍ່​ຄວນມີ​ແຕ່​ຄຳ​ຂວັນ​ລ້າໆ​ທໍ່​ນັ້ນ. ຄວນ​ເຮັດ​ວຽກ​ໃນ​ສາມ​ດ້ານ​ຢ່າງ​ແທ້​ຈິງ​ຄື: ອັນ​ທີ​ຫນຶ່ງ​ແມ່ນ​ພັດທະນາ​ການ​ຜະລິດ​ຕ້ອງ​ອີງ​ຕາມ​ສະພາບ​ຕົວ​ຈິງ, ອັນ​ທີ​ສອງ​ແມ່ນ​ຕ້ອງ​ມີ​ການ​ຮັບປະກັນ​ດ້ານສາທາລະນະ​ໂດຍ​ພື້ນຖານ, ອັນ​ທີ​ສາມ​ແມ່ນ​ຕ້ອງ​ໃຫ້​ມີການ ​ສຶກສາ​ແກ່​ຄົນ​ຮຸ່ນ​ໃຫມ່. ຄະນະ​ພັກ​ແລະ​ອົງການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ຕົວ​ຈິງ​ໃຫ້​ຕົກ, ​ເພື່ອຖອດ​ຖອນ​ເປັນ​ບົດຮຽນ​ແລ້ວເຜີຍ​ແຜ່​​ໃຫ້ກວ້າງ​ອອກ.


1 2 3 4 5 6