ມະ​ເລ​ເຊຍ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ "ອະທິບາຍ​ຢ່າງຮອບດ້ານ" ຕໍ່ການ​ຕິດຕາມ​ລັກ​ຟັງ​​ມະ​ເລ​ເຊຍຂອງ​ຕົນ

(GMT+08:00) 2013-11-04 09:58:20     cri

ວັນ​ທີ 3 ພະຈິກ​ນີ້, ທ່ານຮີຊຳມູດິນ ຮູ​ເຊ​ອິນ, ລັດຖະມົນຕີ​ວ່າການກະຊວງປ້ອງ​ກັນ​ປະ​ເທດ​ມະ​ເລ​ເ​ຊຍ ກ່າວ​ວ່າ: ການ​ດຳ​ເນີນ​ການ​ຕິດຕາມ​ລັກ​ຟັງ​ມະ​ເລ​ເຊຍ​ຈະ​ກະທົບ​ເຖິງ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ​ກັບ​ມະ​ເລ​ເຊຍ​ຢ່າງ​ແນ່ນອນ, ທ່ານ​ຮຽກຮ້ອງ​ໃຫ້​ມີ​ການ​ອະທິບາຍ​ຢ່າງຮອບດ້ານ​ແລະ​ຄົບ​ຖ້ວນ​ຕໍ່​ການ​ຕິດຕາມ​ລັກ​ຟັງດັ່ງກ່າວ.

ຫວ່າງ​ມໍ່ໆ​ມາ​ນີ້, ມະ​ເລ​ເ​ຊຍ​ໄດ້​ຮຽກ​ເຈົ້າໜ້າທີ່​ສະຖານທູດ​ອາ​ເມ​ລິ​ກາ​ແລະ​ອົສຕຼາລີ​ປະຈຳ​ມະ​ເລ​ເຊຍ​ເຂົ້າພົບ, ​ເພື່ອ​ປະ​ທ້ວງ​ຕໍ່​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ນີ້​ທີ່​ໄດ້​ຕິດຕາມ​ລັກ​ຟັງ​ມະ​ເລ​ເ​ຊຍ. ສື່​ມວນ​ຊົນ​ມະ​ເລ​ເຊຍ​ລາຍ​ງານ​ວ່າ: ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ມະ​ເລ​ເຊຍ​ໄດ້​ທຳ​ການອະທິບາຍທີ່​ກ່ຽວຂ້ອງ​ຕໍ່​ຝ່າຍມະ​ເລ​ເຊຍ​ແລ້ວ, ​ແຕ່​ຝ່າຍ​ມະ​ເລ​ເຊຍ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ອະທິບາຍ​ໃນ​ຂໍ້​ອ້າງ​ທີ່​ວ່າການ​ຕິດຕາມ​ລັກ​ຟັງ​ແມ່ນ​ເພື່ອ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ.