ພິທີ​ມອບ​ຮັບ​ຮູບ​ຫຼໍ່​ຜູ້ນຳ​ຂອງ​ການ​ປະຕິວັດ​ລາວ​ຮຸ່ນ​ທຳ​ອິດ

(GMT+08:00) 2013-11-04 16:31:43     cri

ພິທີ​ມອບ​ຮັບ​ຮູບ​ຫຼໍ່​ຜູ້ນຳ​ຂອງ​ການ​ປະຕິວັດ​ລາວ​ຮຸ່ນ​ທຳ​ອິດ


ຕອນ​​ເຊົ້າ​ວັນ​ທີ4ພະຈິກ​ນີ້​ຢູ່​ທີ່​ຫໍພິພິທະ​ພັນ​ໄກສອນ ພົມວິຫານທີ່​ນະຄອນຫຼວງ​ວຽງ​ຈັນ,​​ໄດ້​ຈັດ​ພິທີ​ມອບ​ຮັບ​ຮູບ​ຫຼໍ່7ທ່ານ. ຕາງໜ້າ​ລັດຖະບານ​ຈີນ​ກ່າວ​ມອບ​ໂດຍ​ສະຫາຍ​ຮູ​ແຢຍຊິນ, ຫົວໜ້າ​ສູນ​ພົວພັນ​ເສດຖະກິດ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ,​​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ສະຫາຍ​ກ່ວນຮວາປີ​ງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ. ຕາງໜ້າ​ສປປລາວ​ກ່າວ​ຮັບ​ໂດຍ​ແມ່ນ​ທ່ານ​ສະຫາຍ​ສຸວັນ​ດີ ສີສະ​ຫວັດ,​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ,​ຫົວໜ້າ​ຄະນະ​ຮັບຜິດຊອບ​ຫໍພິພິທະ​ພັນ​ໄກສອນ ພົມ​ວິຫານ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໂດຍ​ແມ່ນ​ສະຫາຍ​ນາງ​ປານີ ຢາ​ທໍ​ຊ່ຕູ້, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ​ລາ​ຍ,​ສະຫາຍ​ສຸ​ກັນ ມະຫາລາດ,​ກຳມະການ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ,​ນອກ​ນີ້​ຍັງ​ມີ​ຄອບ​ຄົວ​ລູກ​ຫຼານ​ຂອງ​ບັນດາ​ການ​ນຳ7ທ່ານ, ​ແລະ​ຜູ້​ຕາງໜ້າ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ຢ່າງ​ພ້ອມພຽງ.

ຮູບ​ຫຼໍ່​ການ​ນຳ7ທ່ານ​ນີ້​ຄື:ທ່ານ​ໜູ​ກຮັກ ພູມ​ສະຫວັນ,​ທ່ານ​ພູມີ ວົງ​ວິຈິດ,​ທ່ານ​ພູນ ສີ​ປະ​ເສີດ,​ທ່ານ​ສີ​ສົມ​ພອນ ລໍ​ວັນ​ໄຊ, ທ່ານ​ສີ​ທົນ ກົມມະ​ດຳ,​ທ່ານ​ໄຟ​ດ່າງ ລໍ​ເບຼຍຢາ​ວ,​​ແລະ​ທ່ານ​ຕູ້​ຢາ ​ໄຊ​ຈູ.

ພາຍຫຼັງ​ພິທີ​ມອບ​ຮັບ​ແລ້ວ,​ສຳ​ລັບ​ຮູ​ບຫຼໍ່2ສະຫາຍ​ຄື:​ສະຫາຍ​ໜູ​ຮັກ ພູມ​ສະຫວັນ​ແລະ​ສະຫາຍ​ສີ​ທົນ ກົມມະ​ດຳ​ໄດ້​ມີ​ການ​ເຄື່ອນ​ຍ້າຍ​ແຫ່​ໄປ​ສະຖິດ​ໄວ້​ຢູ່​ແຂວງສະຫວັນ​ນະ​ເຂດ​ແລະ​ແຂວງ​ຈຳປາ​ສັກ​ເຊິ່ງ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເພິ່ນ​ເພື່ອ​ເປັນ​ການສະ​ແດງ​ເຖິງ​ຄວາມ​ກະຕັນຍູ​ຮູບ​ບຸນ​ຄູນ​ທີ່​ບໍ່​ມີ​ວັນ​ລືມ​ໄດ້, ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຂົ້າ​ຮ່ຳຮຽນ​ເອົາ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ແລະ​ແບບ​ແຜນ​ດຳລົງ​ຊີວິດ​ອັນ​ເປັນ​ແບບຢ່າງ,​ພ້ອມ​ກັນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ນ້ຳ​ໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ບັນດາ​ການ​ນຳ​ປະຕິ​ວັດທັງ7ທ່ານ.