ຈີນ​ມອບຮູບ​ຫຼໍ່ດ້ວຍທອງ​ຜູ້ນຳ​ຮຸ່ນທຳອິດ​ການປະຕິວັດລາວ​ໃຫ້​ລັດຖະບານລາວ

(GMT+08:00) 2013-11-04 18:19:53     cri
ຕາມ​ຂ່າວCRI: ວັນ​ທີ4ພະຈິກ​ນີ້, ຮູບ​ຫຼໍ່​ດ້ວຍ​ທອງ​ຜູ້ນຳ​ຮຸ່ນທຳອິດການປະຕິວັດລາວ​ຈຳນວນ7ຮູບທີ່​ຜະລິດ​ໂດຍ​ຈີນ​ໄດ້​ມອບ​ໃຫ້ຝ່າຍ​ລາວ​ຢູ່​ສະໜາມ​ຫໍ​ພິພິດທະພັນ​ໄກສອນ ພົມ​ວິຫານທີ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ.

ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ, ທ່ານ​ສຸ​ກັນ ມະຫາລາດ, ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ສຸວັນ​ດີ ສີສະ​ຫວັດ, ຫົວໜ້າ​ຫໍພິພິທະ​ພັນ​ໄກສອນພົມວິຫານກັບທ່ານ​ຫູ​ຢວນຊີ​ນ, ຫົວໜ້າສູນ​ການ​ຕິດ​ຕໍ່​ພົວພັນດ້ານ​ເສດຖະກິດ​ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ກວນ​ຮວາປີ​ງ, ​ເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ. ​ໃນ​ຈຳນວນຮູບ​ຫຼໍດ້ວຍ​ທອງ່7ຮູບ, ​ຮູບ​​ຫຼໍ່​ຂອງ​ທ່ານ​ໜູ​ຮັກ ພູມ​ສະຫວັນ​ແລະ​ຂອງ​ທ່ານ​ສີ​ທົນ ກົມມະ​ດຳ​ຈະ​ຖືກ​ຂົນ​ສົ່ງ​​ໄປສະຖິດຢູ່ສວນ​ອານຸສາ​ວະລີທີ່​ບ້ານ​ເກີດ​ຂອງ​ທ່ານ, ​ແລະ​ຈະ​ໄດ້​ຮັບ​ການ​ຕິດ​ຕັ້ງ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ວິຊາ​ການ​ດ້ານ​ເຕັກນິກ​ຂອງ​ຈີນ. ລາວ​ຈະ​ສຳ​ເລັດ​ວຽກ​ງານ​ການ​ຕິດ​ຕັ້ງ​ອະນຸສາວະລີ​ຮູບ​ຫຼໍ່ທອງ 5 ຮູບ​ຂອງ​ຜູ້ນຳ​ຄົນ​ອື່ນໆ​ກ່ອນ​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໃນ​ປີ2015.