ຢູ່ທະ​ເລ​​ໃກ້ຝັ່ງລັດ​ຍະ​ໄຂ່​ມຽນມາ​ເກີດ​ອຸບັດ​ຕິ​ເຫດ​ເຮືອ​ຫຼົ້ມ​ເຮັດ​ໃຫ້​ມີຫຼາຍ​ສິບ​ຄົນ​ຫາຍ​ສາບ​ສູນ

(GMT+08:00) 2013-11-04 18:22:00     cri
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ3ພະຈິກ​ນີ້, ມີ​ເຮືອ​ລຳ​ໜຶ່ງ​ທີ່​ບັນທຸກ​ຜູ້​ໂດຍສານປະມານ70ຄົນ​ໄດ້​ຫຼົ້ມ​ຢູ່ທະ​ເລ​​ໃກ້ຝັ່ງ​ຂອງ​ລັດ​ຍະ​ໄຂ່​ມຽນມາ​, ​ເຮັດ​ໃຫ້​ມີຫຼາຍ​ສິບ​ຄົນ​ຫາຍ​ສາບ​ສູນ.

​ເຮືອ​ລຳ​ນີ້​​ເດີນ​ທາງ​ອອກ​ຈາກ​ລັດ​ຍະ​ໄຂ່, ຜູ້​ໂດຍສານໃນເຮືອກຽມຈະ​ລັກລອບ​ເຂົ້າ​ຊາຍ​ແດນ​ຂອງ​ປະ​ເທດອື່ນໆ. ປະຊາຊົນ​ທ້ອງ​ຖິ່ນ​ກ່າວ​ວ່າ, ຫຼັງ​ຈາກ​ເກີດ​ອຸບັດ​ຕິ​ເ​ຫດ​ແລ້ວ​ວຽກ​ງານ​ການ​ຊອກ​ຫາ​ແລະ​ຊ່ວຍ​ເຫຼືອໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ, ປັດຈຸບັນ​ນີ້​ຢ່າງ​ໜ້ອຍ​ມີ10ຄົນ​​ໄດ້​ຮັບ​ການຊ່ວຍ​ເຫຼືອ​ໄວ້​ໄດ້.

ລັດຖະບານ​ມຽນມາ​ຍັງ​ບໍ່​ທັນ​ຢືນຢັນ​ຕໍ່​ຂ່າວ​ນີ້​ເທື່ອ. ຈຳນວນ​ຜູ້​ໂດຍສານ​ທີ່​ຢູ່ໃນ​ເຮືອ​ແລະ​ຈຳນວນ​ຄົນ​ທີ່​ຫາຍ​ສາບ​ສູນ​ຍັງບໍ່​ສາມາດຢືນຢັນ​​ໄດ້​ເທື່ອ.