ຄະນະຜູ້ແທນສັບປະດາສີລະປະກຳ"ຈີນປັດຈຸບັນ"ຢ້ຽມຢາມກະຊວງວັດທະນະທຳ​​ແລະສີລະປະ ກຳປູເຈຍ

(GMT+08:00) 2013-11-04 18:24:39     cri



ຕາມຂ່າວCRI: ກິດຈະກຳຕ່າງໆຂອງສັບປະດາສີລະປະກຳ "ຈີນປັດຈຸບັນ" 2013 ທີ່ສະຫະພັນວົງການວັນນະຄະດີສີລະປະຈີນ, ກະຊວງວັດທະນະທຳ​ແລະສີລະປະກຳປູ​ເຈຍ​ແລະ​ສະຖານ ທູດຈີນ​ປະຈໍາກຳປູ​ເຈຍ​​​ເປັນ​​ເຈົ້າພາບ​ຮ່ວມ​ກັນ​ໄດ້​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ແຕ່​ວັນ​ທີ4ຫາ​ວັນ​ທີ8ພະຈິກ​ນີ້. ນັກ​ສິນລະປິນ​ຈີນ​ໄດ້​​ເດີນທາງ​ຈາກ​ໄທ​​ຮອດ​ນະຄອນ​ຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ໃນ​ຕອນ​ຄ່ຳ​ວັນ​ທີ3ພະຈິກ​ນີ້, ​ແລະ​ໄດ້​ຢ້ຽມຢາມ​ກະຊວງ​ວັດທະນະ​ທຳ​ແລະ​ສີ​ລະ​ປະກຳປູ​ເຈຍ​ໃນ​ຕອນ​ເຊົ້າ​ວັນ​ທີ4ພະຈິກ​ນີ້.

ທ່ານນາງ​ເພື້ອງ ສັກ​ກູນ, ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ​ແລະ​ສີ​ລະ​ປະກຳ​ປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງສຸດ​ອົກ​ສຸດ​ໃຈ​ຕໍ່​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສັບປະດາ​ສີ​ລະ​ປະກຳ "ຈີນ​ປັດຈຸບັນ". ນາງ​ກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສັບປະດາ​ສີ​ລະ​ປະກຳ "ຈີນ​ປັດຈຸບັນ" ຂອງ​ຈີນ​ຄັ້ງ​ນີ້​ແມ່ນ​ເພື່ອ​ສະ​ເ​ຫຼີມສະຫຼອງ​ປີ​ໄມຕີ​ຈິດ​ຈີນ​ກຳປູ​ເຈຍ​ແລະການສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍຄົບຮອບ55ປີ, ​ແມ່ນ​ໜຶ່ງ​ໃນ​ກິດຈະກຳສຳຄັນ​ຕ່າງໆ​ໃນ​ດ້ານ​ວັດທະນະທຳ​ແລະ​ສີ​ລະ​ປະກຳ​ຂອງ​ການ​ສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງຈີນ​ກັບ​ກຳປູ​ເຈຍ, ກໍ່​ແມ່ນ​ຜົນງານ​ດ້ານ​ວັດທະນະທຳ​ແລະ​ການ​ແລກປ່ຽນ​ການຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ນາງ​ເພື້ອງສັກ​ກູນາ​ໄດ້​ອວຍພອນ​ໃຫ້​ກິດຈະກຳ​ສັບປະດາສີ​ລະ​ປະກຳ "ຈີນ​ປັດຈຸບັນ" ຄັ້ງ​ນີ້​ຈົ່ງຮັບ​ຜົນສຳ​ເລັດ​ຢູ່ກຳ​ປູ​ເຈຍ.