ຄະນະ​ນັກ​ກິລາມວຍ​ຈີນ​ຂອງ​ຈີນ​​ໄດ້ສະ​ແດງ​ຜົນງານອັນ​ດີ​ເດັ່ນ​​ໃນ​ການ​ແຂ່ງຂັນ​ຊິງ​ແຊມ​ໂລກ​ມວຍ​ຈີນ​​ຢູ່ມາ​ເລ​ເຊຍ

(GMT+08:00) 2013-11-04 16:53:09     cri

ວັນ​ທີ 3 ພະຈິກ​ນີ້, ມື້​​ທີ 3 ຂອງການ​ແຂ່ງຂັນ​ຊິງ​ແຊມ​ໂລກ​ມວຍ​ຈີນຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ກົ​ວລາ​ລໍາ​ເປີ​ຂອງ​ມາ​ເລ​ເຊຍ​ໄດ້ສິ້ນ​ສຸດ​ລົງ​ແລ້​ວ, ຮອດ​ເວລາ​ນັ້ນ, ການ​ແຂ່ງຂັນ​ຊິງ​ແຊມ​ໂລກ​ມວຍ​ຈີນຄັ້ງ​ນີ້​ໄດ້​ດໍາ​ເນີນ​ໄປ​ຫລາຍ​ກວ່າ​​ເຄິ່ງໜຶ່ງແລ້ວ, ຄະນະນັກ​ກິລາ​ຂອງ​ຈີນ​ໄດ້​ສະ​ແດງຜົນງານ​ອັນ​ດີ​ເດັ່ນ​​ໃນສອງ​ລາຍການ​​ໃຫຍ່ ຄື​ການຊົກ​ກະຕິ​ກາ​ທີ່​ໄດ້​ກໍານົດ​ໄວ້ແລະ​ການ​ຊົກ​ທ່າ​ເສລີ, ​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້​ນັກ​ກິລາ​ຈີນ​ລ້ວນ​​ແຕ່​ຊະນະ​ທັງ​ໝົດ.

ມາ​ຮອດ​ປັດຈຸບັນ​ນີ້, ​ໃນ 30 ລາຍການຂອງ​ການ​ແຂ່ງຂັນ ​, ມີ 20 ລາຍການ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ນັກ​ກິລາ 8 ຄົນ​ຂອງຄະນະນັກ​ກິລາຂ​ອງຈີນ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ​ຂອງ 8 ລາຍການ ​​ແລະ​ໄດ້​ຮັບ 8 ​ຫລຽນ​ຄໍາທັງໝົດ. ນັກ​ກິລາ​ຂອງຈີນ​ລ້ວນ​​ແຕ່​ໄດ້​ເຂົ້າ​​ໄປ​ເຖິງ​ຮອບ​ຮອງ​ຊະນະ​ເລີດໃນ 5 ລະດັບ​ຂອງ​ກຸ່ມ​ຊາຍ ​ແລະ 3 ລະດັບ​ຂອງ​ກຸ່ມ​ຍິງ​ໃນ​ການ​​ແຂ່ງຂັນ​ມວຍ​ຈີນ​ທ່າ​ເສລີ.

ການ​ແຂ່ງຂັນ​ຊິງ​ແຊມ​ໂລກ​ມວຍ​ຈີນຄັ້ງ​ທີ 12 ນີ້ຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 5 ມື້, ຈະ​ອັດ​ລົງ​ໃນ​ວັນ​ທີ 5 ພະ​ຈິກ​ນີ້. ການ​ແຂ່ງຂັນ​ລວມມີ 2 ລາຍການ​ໃຫຍ່​ຄື ການ​​ແຂ່ງຂັນ​ຕາມ​ກະຕິ​ກາ​ທີ່​ໄດ້ ​ກໍານົດ​ໄວ້ແລະ​ການ​ແຂ່ງຂັນ​ທ່າ​ເສລີ​ໂດຍ​​ໄດ້​ຊິງ​ໄຊ​ທັງ​ໝົດ 48 ຫລຽນ​ຄໍາ.