ຈໍານວນ​ຜູ້​ເສຍ​ຊີວິ​ດ​ໃນ​ເຫດການ​ກໍາ​ປັ່ນຫລົ້ມ​ຢູ່​ນະຄອນ​ພັດທະຍາ​ຂອງ​ໄທ​​ໄດ້​ເພີ່ມ​ຂຶ້ນ​ຮອດ 7 ຄົນ

(GMT+08:00) 2013-11-04 19:33:17     cri

ສື່​ມວນ​ຊົນຂອງ​ໄທ​ລາຍ​ງານ​ວ່າ, ມາ​ຮອດ​ປັດຈຸບັນ​ນີ້, ​ເຫດການກໍາ​ປັ່ນຫລົ້ມຢູ່​ນະຄອນພັດທະຍາຂອງ​ໄທ​​​ໄດ້​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ 7 ຄົນ, 10 ຄົນ ​ບາດ​ເຈັບ​ໜັກ ​ແລະ​ຍັງ​ມີ​ຜູ້​ໂດຍສານຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ​ເບົາ. ​ໃນຜູ້​ເສຍ​ຊີວິດ​ມີ​ຄົນ​ຈີ​ນ 1 ຄົນ, ຄົນ​ຣັດ​ເຊຍ 3 ຄົນ ​ແລະ​ຄົນ​​ໄທ 3 ຄົນ.

ຂ່າວ​ແຈ້ງວ່າ, ຄວາມ​ສາມາດ​ບັນທຸ​ຫຈໍານວນ​ຜູ້​ໂດຍສານ​​ໃນ​ການ​ອອກ​ແບບ​ຂອງ​ກໍາ​ປັ່ນ​ທ່ອງ​ທ່ຽວ​ສອງ​ຊັ້ນລໍາ​ນີ້​ແມ່ນ 130 ຄົນຫາ 150 ຄົນ, ​ແຕ່​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ຫລາຍ​ກວ່າ 200 ຄົນ​ຢູ່​​ກໍາ​ປັ່ນລໍາ​ນີ້ໃນ​ເວລາ​​ເກີດ​ເຫດ. ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຂອງ​​ໄທ​ກ່າວ​ວ່າ, ສາ​ເຫດ​ຂອງ​ເຫດການ​ນີ້​ອາດ​ຈະ​ແມ່ນ​ການ​ບັນທຸກ​ຄົນ​ຫລາຍ​​ເກີນ​ໄປ, ​ແຕ່​ສາ​ເຫດ​ລະອຽດ​ຍັງ​ຕ້ອງ​ສໍາ​ຫລວດ​ຕື່ມ​ອີກ.