ນາຍົກ​ຈີນ​ກ່າວ​ເນັ້ນວ່າ: ວິ​ເຄາະ​ບັນຫາ​ຢ່າງ​ມີ​ວິທະຍາສາດ​ແລະ​ກຳ​ແໜ້ນ​ທ່າ​ຂະຫຍາຍຕົວ, ຊຸກຍູ້​ເສດຖະກິດ​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໄສດ້ວຍ​ການ​ປະຕິ​ຮູບ​ແລະ​ການ​ປະດິດ​ສ້າງ

(GMT+08:00) 2013-11-04 16:37:08     cri
ວັນ​ທີ 31 ຕຸລາ​ແລ້ວ​ນີ້ ທ່ານ​ຫຼີ​ເຄີ້ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສົນທະ​ນາ​ສະພາບ​ການດ້ານ​ເສດຖະກິດ, ​ເພື່ອ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ຜູ້​ຊ່ຽວຊານ, ນັກວິຊາການ​ແລະ​ຜູ້​ຮັບຜິດຊອບ​ວິ​ສາ​ຫະກິດຕໍ່​ວຽກ​ງານ​ເສດຖະກິດ​ໃນ​ຕໍ່ໜ້າ.

​ໃນ​ເວລາ​ສົນທະນາ, ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ, ພາຍ​ໃຕ້​ສະພາບ​ການ​ທີ່​ສັບສົນ, ຈະ​ເຮັດ​ແນວ​ໃດ​​ເພື່ອ​ວິ​ເຄາະ​ບັນຫາແລະ​ກຳ​ທ່ວງທ່າ​ຂະຫຍາຍ​ຢ່າງ​ຖືກຕ້ອງ ​ແລະ ກຳນົດ​ເປົ້າໝາຍ​ພັດທະນາ​ແລະ​ນະ​ໂຍບາຍ​ທາງ​ດ້ານ​ເສດຖະກິດ​ຢ່າງ​ສົມ​ເຫດ​ສົມ​ຜົນ​ນັ້ນ ຕ້ອງ​ເສີມ​ຂະຫຍາຍ​ປະຊາ​ທິປະ​ໄຕ, ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຝ່າຍ​ຕ່າງໆ​ຢ່າງ​ກວ້າງຂວາງ, ​ແລ້ວ​ຈຶ່ງ​ສາມາດ​ຈັດ​ວາງ​ນະ​ໂຍບາຍ​ຢ່າງ​ມີ​ວິທະຍາສາດ. ປັດຈຸບັນ ​ເສດຖະກິດ​ຂອງ​ຈີນ​ໄດ້​ເຂົ້າສູ່​ໄລຍະ​ພັດທະນາ​ອັນ​ໃໝ່, ການ​ທີ່​ຮັກສາ​ການ​ເຕີບ​ໂຕ​ດ້ວຍ​ຈັງ​ຫວະ​ໄວ​ຄື​ແຕ່​ກ່ອນ​ນັ້ນ​ແມ່ນ​ເລື່ອງ​ທີ່​ບໍ່​ຕິດ​ແທດ​ຕົວ​ຈິງ, ​ແຕ່​ການ​ພັດທະນາ​ແມ່ນ​ພື້ນຖານ​ໃນ​ການ​ແກ້​ໄຂ​ທຸກ​ບັນຫາ. ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ພົນລະ​ເມືອງ 1 ຕື້ 300 ລ້ານ​ຄົນ, ຖ້າ​ບໍ່​ມີ​ຈັງຫວະ​ການ​ພັດທະນາ​ໃດ​ໜຶ່ງ​ແລ້ວ, ຫຼາຍ​ບັນຫາ​ແລະ​ຄວາມ​ຫຍຸ້ງຍາກ ​ໂດຍ​ສະ​ເພາະ​ບັນຫາ​ການຮັກສາ​ອັດຕາການ​ປະກອບ​ອາຊີບ ​ແມ່ນ​ແກ້​ໄຂ​ຍາກ. ສະນັ້ນ ລັດຖະບານ​ຈີນ​ຕ້ອງ​ໄດ້​ຊອກ​ຫາ​"ຈຸດ​ດຸນ​ດ່ຽງ​ຄຳ"ລະຫວ່າງ​ຄວາມ​ຈຳ​ເປັນ​ກັບ​ຄວາມ​ອາດ​ເປັນ​ໄປ​ໄດ້, ​ແລະລະຫວ່າງ​ການ​ປ່ຽນ​ແປງ​ຮູບ​ການ​ແລະ​ຍົກ​ລະດັບ​ການ​ພັດທະນາ​ກັບ​ການ​ຮັກສາ​ຈັງ​​ຫວະ​ເຕີບ​ໂຕ​ທີ່​ສົມ​ເຫດ​ສົມ​ຜົນ, ​ເຮັດ​ໃຫ້​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ໜັກ​ແໜ້ນ​ແລະ​ຍາວ​ນານ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ເນັ້ນວ່າ, ຖ້າ​ຢາກ​ບັນລຸ​ການ​ພັດທະນາ​ຢ່າງ​ໝັ້ນທ່ຽງ, ປັບປຸງ​ອົງ​ປະກອບ​ເສດຖະກິດ ​ແລະ ຊຸກຍູ້​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​, ​ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ ​ແມ່ນ​ຕ້ອງ​ອາ​ໄສ​ການ​ປະຕິ​ຮູບ​ກ້າວ​ສູ່​ລວງ​ເລິກ​ຢ່າງຮອບດ້ານ. ຖ້າ​ບໍ່​ປະຕິ​ຮູບ​ກໍ່ຈະ​ບໍ່​ມີ​ທາງ​ອອກ​ແນວ​ອື່ນ​. ​ເພື່ອ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ທຸ​ກຖ້ວນ​ໜ້າ​ແລະ​ເພື່ອ​ພັດທະນາ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໄສ, ຈີນ​ຈະ​ຫຼັ່ງ​ເລ​ໃຈ​ບໍ່​ໄດ້, ຕ້ອງ​ໄດ້​ບຸກບືນ​ກ້າວໜ້າ, ທຳລາຍ​ສະຖານະ​ການ​ຜົນ​ປະ​ໂຫຍ​ດຂອງ​ບຸກຄົນທີ່​ມີ​ມາແລ້ວ​ຢ່າງ​ກ້າຫານ, ຊຸກຍູ້​ການ​ປະຕິ​ຮູບ​ລາຍຕ່າງໆຢ່າງ​ເດັດດ່ຽວ​ແລະ​ຄ່ອຍ​ເປັນ​ຄ່ອຍ​ໄປ.