ລັດຖະບານ​ສິງກະ​ໂປ​ຍົກ​ສູງ​ສະຕິລະວັງ​ຕົວ​ເພື່ອ​ຕ້ານ​ກັບ​ການ​ຂົ່ມ​ຂູ່​ຈາກ​ແຮັກ​ເກີ

(GMT+08:00) 2013-11-05 15:21:53     cri

ວັນ​ທີ 4 ພະຈິກ​ນີ້, ກົມ​ຄຸ້ມຄອງການ​ພັດທະນາ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມສິງກະ​ໂປ ກ່າວ​ວ່າ: ​ເນື່ອງ​ຈາກ​ມີ​ຜູ້​ຄົນ​ທີ່​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ສະມາຊິກ​ອົງການ​ແຮັກ​ເກີສາກົນ ກ່າວ​ວ່າ​ຈະ​ໂຈມ​ຕີ​ພື້ນຖານ​ໂຄງ​ລ່າງ​ດ້ານຂໍ້​ມູນ​ຂ່າວສານ​ຂອງສິງກະ​ໂປ, ສະນັ້ນ ອົງການ​ລັດຖະບານ​ໄດ້​ຍົກ​ສູງສະຕິ​ລະວັງ​ຕົວ​ ​ເພື່ອ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດຂອງ​ຕົນ.

​ໃນ​ອາທິດ​ແລ້ວ​ນີ້, ມີຄົນ​ລຶກລັບ​ທີ່​ເອີ້ນ​ຕົນ​ເອງ​ວ່າ "ຜູ້​ບໍ່​ເປີດ​ເຜີຍ​ຊື່" ​ແລະ​ເປັນ​ສະມາຊິກຂອງ​ອົງການ​ແຮັກ​ເກີ​ສາກົນ ​ໄດ້​ຂົ່ມຂູ່​ວ່າ: ຖ້າ​ລັດຖະບານ​ສິງກະ​ໂປ​ຫາກບໍ່​ພິຈາລະນາ​ຄືນ​ໃໝ່​ກ່ຽວ​ກັບ​ຂໍ້​ກຳນົດ​ໃໝ່ດ້ານການບໍລິຫານ​ເວັບ​ໄຊ​ດ້ານຂ່າວສານ​ແລ້ວ ພວກ​ເຂົາກໍ​ຈະ​ໂຈມ​ຕີ​​ພື້ນຖານໂຄງ​ລ່າງທາງ​ດ້ານ​ອິນ​ເຕີ​ເນັດ. ພາຍຫຼັງມີ​ການ​ຂົ່ມຂູ່​ດັ່ງກ່າວ​ແລ້ວ, ມີ​ເວັບ​ໄຊ​ຈຳນວນ​ໜຶ່ງ ​ເຊັ່ນ: ​ເວັບ​ໄຊໜັງສືພິມ "​ເດີ​ສະ​ເຕຼສ໌​ທາ​ມສ໌" ​ແລະ​ເວັບ​ໄ​ຊສະໜາມ​ບິນ​ເຊ​ເລ​ຕາຂອງ​ສິງກະ​ໂປ​ໄດ້​ຖືກ​ໂຈມ​ຕີ​ຈາກ​ແຮັກ​ເກີ. ກົມ​ຄຸ້ມ​ຄອງ​ການ​ພັດທະນາ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມ​ສິງກະ​ໂປ ກ່າວ​ວ່າ, ບາງ​ເວັບ​ໄຊ​ຂອງ​ອົງການ​ລັດຖະບານ​ໃຫ້ການ​ບໍລິການ​ບໍ່​ສະດວກ, ​ແມ່ນ​ຍ້ອນ​ເກີດ​ການ​ຕິດ​ຂັດ​ໃນ​ການ​ບໍລິຫານ, ຫາກ​ບໍ່​ແມ່ນ​ຍ້ອນ​ການ​ໂຈມ​ຕີ​ຈາກ​ແຮັກ​ເກີ. ກົມ​ດັ່ງກ່າວ​ຍັງ​ກ່າວ​ຕື່ມ​ວ່າ, ລັດຖະບານ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ປອດ​ໄພ​ທາງ​ເວັບ​ໄ​ຊ​ເປັນ​ຢ່າງ​ດີ.

ສິງກະ​ໂປ​ບໍ່​ແມ່ນ​ປະ​ເທດ​ພຽງ​​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ການ​ຂົ່ມຂູ່​ຕໍ່​ຄວາມ​ປອດ​​ໄພ​ທາງ​ເວັບ​ໄຊ​ໃນ​ຫວ່າງ​ມໍ່ໆ​ມານີ້. ວັນ​ທີ 3 ພະຈິກ​ນີ້, ມີ​ເວັບ​ໄຊ​ຂອງອົງການ​ທຸລະ​ກິດ​ຈຳນວນ​ໜຶ່ງ​ຂອງ​ອົສຕຼາລີ ​ແລະ ​ເວັບ​ໄຊຈຳນວນ​ໜຶ່ງ​ຂອງ​ລັດຖະບານຟິລິບ​ປິນ ​ກໍໄດ້ຖືກ​ແຮັກ​ເກີ​ໂຈມ​ຕີ​ເຊັ່ນ​ກັນ, ຜູ້ທີ່​ໂຈມ​ຕີ​ກໍ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ອົງການ​ແຮັກ​​ເກີ​ສາກົນ​​ທີ່​ເອີ້ນ​ຕົນ​ເອງ​ວ່າ​ "ຜູ້​ບໍ່​ເປີດ​ເຜີຍ​ຊື່".