ວຽກ​ງານຂະ​ແໜງເງິນ​ຢວນຂ້າມ​ຊາຍ​ແດນຂອງ​ຈີນ​ປີ​ນີ້​ອາດ​ຈະ​ຫຼາຍ​ກວ່າ 9000 ຕື້​ຢວນ

(GMT+08:00) 2013-11-05 16:05:09     cri
ຕາມ​ຂ່າວCRI: ​ເພື່ອ​ຊຸກຍູ້​ໃຫ້​ວຽກ​ງານ​ຂະ​ແໜງເງິນ​ຢວນຂ້າມ​ຊາຍ​ແດນສາມາດບໍລິການ​ເສດຖະກິດ​ຕົວ​ຈິງຫຼື real economy ​ຕື່ມ​ອີກ, ສະໜັບສະໜູນ​​ການ​ຄ້າ​ກັບ​ຕ່າງປະ​ເທດ​ໃຫ້​ມີ​ການ​ພັດທະນາ​ຢ່າງໝັ້ນ​ທ່ຽງ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, "ງານ​ໂຄສະນາ​ນະ​ໂຍບາຍ​ວຽກ​ງານ​ຂະ​ແໜງເງິນ​ຢວນຂ້າມ​ຊາຍ​ແດນ​ປີ2013" ທີ່ສາຂາ​ກວາງ​ໂຈ່​ວຂອງ​ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງ​ຈີນ​ເປັນ​ເຈົ້າພາບ, ສາຂາ​ກວາງ​ໂຈ່​ວຂອງ​ທະນາຄານ​​ພັດທະນາ​ພູ​ຕຸ​ງ​ເປັນ​ຜູ້ຮັບຜິດຊອບ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວ​ແຂວງ​ກວາງຕຸ້ງ​ຈີນ.

ມາ​ຮອດ​ເດືອນ​ກັນຍາ​ປີ​ນີ້, ວຽກ​ງານ​ຊຳລະສະ​ສາງ​ດ້ວຍ​ເງິນ​ຢວນດ້ານ​ການ​ຄ້າ​ຂ້າມ​ຊາຍ​ແດນ​ໃນ​ທົ່ວ​ປະ​ເທດລວມທັງ​ໝົດ​ມີ 8600 ຕື້​ຢວນ, ອາດ​ຈະ​ຫຼາຍ​ກວ່າ 9000 ຕື້​ຢວນ​ເມື່ອຮອດ​ທ້າຍ​ປີ​ນີ້. ຜ່ານ​ການ​ດຳ​ເນີນ​ວຽກ​ງານ​ຂະ​ແໜງ​ເງິນ​ຢວນຂ້າມ​ຊາຍ​ແດນ, ການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ພາຍ​​ໃນ​ແລະ​ຕ່າງປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ທະວີຂຶ້ນ​ຕື່ມ​ອີກ. ມາ​ຮອດ​ທ້າຍ​ເດືອນ​ກັນຍາຜ່ານ​ມາ, ລວມທັງ​ໝົດ​ແລ້ວມີ 220 ປະ​ເທດ​ແລະ​​ເຂດ​ແຄ້ວ​ນມີ​ວິ​ສາ​ຫະກິດ​ໄດ້​​ຊຳລະສະ​ສາງ​ດ້ວຍ​ເງິນ​ຢວນກັບ​ຈີນ. ທະນາຄານ​ກາງ​ຈີນ​ກັບ​ທະນາຄານ​ກາງ​ຫຼື​ກົມຄຸ້ມ​ຄອງ​ເງິນຕາ​ຂອງ23ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຊັນ​ສັນຍາ​ແລກປ່ຽນ​ເງິນຕາ​ສອງ​ຝ່າຍ.