ປະທານາທິບໍດີຣັດ​ເຊຍ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຫວຽດນາມພໍດີ​​ກັບ​ເວລາການ​ຈັດ​ພິທີ​ຣັດ​ເຊຍມອບ​ເຮືອ​ດຳ​ນ້ຳ​ລຳ​ທຳ​ອິດໃຫ້​ຫວຽດນາມ

(GMT+08:00) 2013-11-05 16:05:58     cri
ຕາມ​ຂ່າວCRI: ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​​ເຈືອ​ງ​ເຕິ​ນຊາງ, ປະທານ​ປະ​ເທດ​ຫວຽດນາມ, ທ່ານ​ວາລາດິ​ເມຍ ປູ​ຕິນ, ປະທານາທິບໍດີ​ຣັດ​ເຊຍ​ຈະ​ເດີນທາງ​ໄປ​ຢຽມຢາມ​ຫວຽດນາມ​ໃນ​ວັນ​ທີ12ພະຈິກ​ນີ້, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງຣັດ​ເຊຍ​ກັບ​ຫວຽດນາມ​ຕື່ມ​ອີກ.

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​​ຖະ​ແຫຼງຂ່າວດັ່ງກ່າວ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ແລະ​​ໄດ້​ຊີ້​ອອກ​ວ່າ​ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທີ3ຂອງ​ທ່ານ​ວາລາດິ​ເມຍ ປູ​ຕິນ. ​ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບຣັດ​ເຊຍ​ໄດ້​ຮັບ​ການ​ພັດທະນາ​​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ເກົ່າ, ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະຫວ່າງການນຳ​ຂັ້ນ​ສູງຂອງ​ສອງ​ປະ​ເທດ​ໄດ້​ມີ​ຂຶ້ນ​ເປັນ​ປະຈຳ, ສອງ​ຝ່າຍ​ຍິນ​ດີ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຕື່ມ​ອີກ. ຖະ​ແຫຼ​ງຂ່າວ​ຊີ້​ອອກ​ວ່າ, ຣັດ​ເຊຍ​ກັບ​ຫວຽດນາມ​ໄດ້​ນຳ​ໃຊ້​ກົນ​ໄກ​ການ​ຕ່າງປະ​ເທດ​ເປັນ​ປະຈຳ, ການ​ສົນທະນາ​ທາງ​ຍຸດ​ທະ​ສາດດ້ານ​ການ​ປ້ອງ​ກັນ​ປະ​ເທ​ດ​ແລະ​​ຄວາມໝັ້ນຄົງ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາກົນ​ໄກ​ການ​ປຶກສາ​ຫາລື​ທາງ​ການ​ເມືອງຕາມ​ເວລາ​ກຳນົດ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ແລະ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ເວທີ​ສາກົນ​ແລະ​ພາກ​ພື້ນ, ​ໃນ​ຂົງ​ເຂດ​ການ​ຮ່ວມ​ມືດ້ານ​ວິທະຍາສາດເຕັກນິກ​ແລະ​ການ​ສຶກສາລະ​ຫວ່າງ​ສອງ​ປະ​ເທດ​ກໍ່​ຖືກ​​ຍົກ​ລະດັບ​ຂຶ້ນ​ເປັນ​ການ​ພົວພັນ​ຍຸດ​ທະ​ສາດ. ​ໃນ​ປີ2012ຜ່ານ​ມາ​ນີ້​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ​ກັບຣັດ​ເຊຍ​ໄດ້​ບັນລຸ 3 ຕື້ 700 ​ລ້ານ​ໂດ​ລາ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໃນ 8 ​ເດືອນຕົ້ນ​ປີ​ນີ້ບັນລຸປະມານ 1 ຕື້ 900​ລ້ານ​ໂດ​ລາ.

​ໃນ​ປີ2009ຫວຽດນາມ​ກັບຣັດ​ເຊຍ​ໄດ້​ເຊັນ​ສັນຍາ​ໃນການຈັດ​ຊື້​ເຮືອ​ດຳ​ນ້ຳ, ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ທ່ານ​ວາລາດິ​ເມຍ ປູ​ຕິນພໍດີ​ກັບເວລາການ​ຈັດ​ພິທີ​ມອບ​ເຮືອ​ດຳ​ນ້ຳ​ລຳ​ທຳ​ອິດ​ລະຫວ່າງ​ສອງ​ຝ່າຍ, ​​ເຊິ່ງໄດ້​ຮັບ​ຄວາມ​​ສົນ​ໃຈ​​ຈາກ​ວົງ​ການ​ຕ່າງໆຢ່າງ​ກວ້າງຂວາງ.