ລັດຖະບານ​ມຽນມາ​ເຈລະຈາ​ກັບກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ​ກຸ່ມ​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2013-11-05 16:07:33     cri
ຕາມ​ຂ່າວCRI: ວັນ​ທີ4ພະຈິກ​ນີ້, ຢູ່​ເມືອງມິດ​ຈິ​ນາທີ່​ເປັນ​ເມືອງ​ຫຼວງ​ຂອງ​ລັດຄາ​ຊິນ, ຜູ້ຕາງໜ້າ​ລັດຖະບານ​ມຽນມາ​ໄດ້​​ເຈລະຈາ​ກັບ​ຜູ້​ຕາງໜ້າຂອງກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ​ກຸ່ມຮ່ວມ​ກັນ​, ​ເພື່ອ​ພະຍາຍາມ​ບັນລຸ​ການ​ເຊັນ​ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ໂດຍ​ໄວ​ແລະ​ກ້າວ​ເຂົ້າ​ສູ່​ການ​​ເຈລະຈາທາງ​ການ​ເມືອງ​ໄລຍະ​ຕໍ່ໜ້າ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ລັດຖະບານ​ກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫຼາຍ​ກຸ່ມ​ດຳ​ເນີນ​ການ​​ເຈລະຈາ​ຮ່ວມ​ກັນ​ໃນຮອບ 60 ປີຜ່ານມາ, ກໍ່​​ແມ່ນ​ຄວາມ​ຄືບໜ້າທີ່​ສຳຄັນ​​ໃນ​ການ​ສະ​ແຫວ​ງຫາ​ການ​ຢຸດ​ຍິງ​ຮອບດ້ານ​ແລະ​ສັນຕິພາບຖາວອນ. ການ​ເຈລະຈາຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ2ວັນ, ທ່ານ​ວິ​ໄຈ ນາມ​​ເບຍ, ທີ່​ປຶກສາ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ມຽນມາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​​​ໄດ້​ເຂົ້າ​ຮ່ວມການ​​ເພື່ອ​ເປັນ​ສັກຂີ​ພິຍານ​ຕາມ​ການ​ເຊື້ອ​ເຊີນ.

ກ່ອນໜ້າ​ນີ້, ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 17 ກຸ່ມ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​​ເພື່ອປະສານ​ງານ​ຫຼັກ​ໝັ້ນ​ແຕ່ລະ​ຝ່າຍ​ຢູ່​ເມືອງ​ໄລ​ຈາ​ທີ່​ເປັນທີ່ຕັ້ງສຳນັກງານ​ໃຫຍ່​ຂອງ​ກອງທັບ​ເອກ​ກະລາດຄະ​ຊິນ​ແຕ່​ວັນ​ທີ30ຕຸລາ​ຫາ​ວັນ​ທີ2ພະຈິກ​ນີ້. ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ໄດ້​ບັນລຸຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ໃນ​ຫຼາຍ​ດ້ານ​ກ່ຽວ​ກັບ​​ແຜນການເສັ້ນທາງທາງ​ການ​ເມືອງ, ສັນຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ, ການ​ຈັດການ​​ເຈລະຈາ​ທາງ​ການ​ເມືອງ, ການວາງ​ມາດ​ຕະການ​​​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ອື່ນໆ.

ປະທານາທິບໍດີຣັດ​ເຊຍ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຫວຽດນາມ  ພໍດີ​​ກັບ​ເວລາການ​ຈັດ​ພິທີ​ຣັດ​ເຊຍມອບ​ເຮືອ​ດຳ​ນ້ຳ​ລຳ​ທຳ​ອິດໃຫ້​ຫວຽດນາມ