ລັດຖະບານ​ເຢຍລະ​ມັນ​ປະຕິ​ເສດ​ບໍ່​ໃຫ້​ທ້າວ​ສະ​ໂນ​​ເດັນ​ໄປລີ້​ໄພ​ໄດ້

(GMT+08:00) 2013-11-05 11:11:45     cri
ວັນ​ທີ 4 ພະຈິກ​ນີ້ ທ່ານ​ສະ​ເຕ​ເຟັນ ​ໄຊ​ເບີດ ​ໂຄສົກ​ລັດຖະບານ​ເຢຍລະ​ມັນ​ກ່າວ​ວ່າ, ທ້າວ​​ເອັດ​​ເວີ​ດ ສະ​ໂນ​ເ​ດັນ ຜູ້​ເປີດ​ເຜີຍ​ໂຄງການ​ຕິດຕາມ​ລັກ​ຟັງ​ທີ່​ມີ​ຊື່ວ່າ "ປຣິຊຶມ"ຂອງ​ອາ​ເມ​ລິ​ກາ​ຈະ​ບໍ່​ຖືກ​ປົກ​ປ້ອງ​ຢູ່​ໃນ​ເຢຍລະ​ມັນ, ​ເພາະວ່າ​ການ​ພົວພັນ​ຂ້າມ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ແມ່ນ​ສຳຄັນ​ຫຼາຍ​ຕໍ່​ເຢຍລະ​ມັນ.

​ໃນ​ກອງ​ປະຊຸມ​ຂ່າວ​​​ທີ່​ລັດຖະບານ​ສະຫະພັນ​ເຢຍລະ​ມັນຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ທ່ານ​ໄຊ​ເບີດ​ກ່າວ​ວ່າ, ລັດຖະບານ​ເຢຍລະ​ມັນ​ຈະ​ຍຶດໝັ້ນຫຼັກໝັ້ນທີ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ຈະ​ບໍ່​ປົກ​ປ້ອງ​ທ້າວ​ສະ​​ໂນ​ເ​ດັນ. ທ່ານ​ໄຊ​ເບີດ​ກ່າວວ່າ, ທ່ານ​ນາງ​ເມີ​ແຄວ ນາຍົກລັດຖະມົນຕີ​ເຫັນ​ວ່າ, ລັດຖະບານ​ມີ​ພັນທະ​ໃນ​ການ​ປົກ​ປ້ອງ​ຄວາມ​ລັບ​ຂອງ​ປະຊາຊົນ, ​ແຕ່​ວ່າການ​ພົວພັນ​ກັບ​ອາ​ເມ​ລິ​ການັ້ນ​ແມ່ນ​ພົວພັນ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ເຢຍລະ​ມັນ​ແລະ​ຜົນ​ປະ​ໂຫຍ​ດລະຫວ່າງ​ພັນທະ​ມິດ.

ຫວ່າງ​ມໍ່ໆ​ມາ​ນີ້, ບຸກຄົນ​ຜູ້​ມີ​ຊື່​ສຽງ​ໃນ​ວົງ​ການ​ການ​ເມືອງ​ແລະ​ສັງຄົມ​ຂອງ​ເຢຍລະ​ມັນ​ຫຼາຍ​ກວ່າ 50 ທ່ານ​​ໄດ້ຮຽກຮ້ອງ​ໃຫ້​ລັດຖະບາ​ນອະນຸຍາດ​ໃຫ້​ທ້າວ​ສະ​​ໂນ​​ເດັນ​ໄປ​ລີ້ໄພຢູ່​ເຢຍລະ​ມັນ.