ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນຮຽກຮ້ອງ​ໃຫ້​ຮົງ​ກົງ​ຈີນ​ບໍ່​ເອົາ​ເຫດການ​ຕົວ​ປະກັນໄປພົວພັນກັບການຍົກເວັ້ນວິຊາ

(GMT+08:00) 2013-11-05 11:12:38     cri
ໂດຍແນໃສ່ເລື່ອງສະມາຊິກສະພານິຕິບັນຍັດຂອງຮົງກົງຈີນສະເໜີໃຫ້ຢຸດຕິ​ການ​ຍົກ​ເວັ້ນວິຊາ​ແກ່​ຊາວ​ຟິລິບ​ປິນ​ເປັນ​ການ​ຊົ່ວ​ຄາວ, ວັນ​ທີ 4 ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນຮຽກຮ້ອງ​ໃຫ້​ຮົງ​ກົງ​ບໍ່ຄວນ​ເອົາ​ການ​ແກ້​ໄຂ​ເຫດການຕົວ ປະກັນ 23 ສິງຫາ​ໄປ​ພົວພັນ​ກັບ​ບັນຫາ​ວິຊາ.

ກະຊວງ​ການ​ຕ່າງປະ​ເທດ​ຟິລິ​ບປິນກ່າວ​ວ່າ, ຟິລິບ​ປິນ​ແລະ​ຮົງ​ກົງ​ຈີນ​ບໍ່​ຄວນ​ເອົາ​ເຫດການ 23 ສິງຫາ​ໄປ​ພົວພັນ​ກັບ​ດ້ານ​ອື່ນໆ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ຟິລິບ​ປິນ​ແລະ​ຮົງ​ກົງ​ຈີນ​ລ້ວນ​ແຕ່​ແມ່ນ​ຈຸດໝາຍ​ປາຍທາງ​ແຫ່ງ​ການທ່ອງ ທ່ຽວຂອງ​ປະຊາຊົນຂອງ​ສອງ​ຝ່າຍ​, ຫວັງ​ວ່າ ນັກ​ທ່ອງ​ທ່ຽວ​ຂອງ​​ແຕ່ລະ​ຝ່າຍ​ຈະສາມາດ​ສືບ​ຕໍ່​ໄປມາ​ຫາກ​ສູ່​ກັນຕາມ​ປົກກະຕິ.

ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ, ປັດຈຸບັນ ຟິລິບ​ປິນພວມ​ຕິດຕາມ​ຢ່າງ​ໃກ້ຊິດ​ກັບສະພາ​ບຄວາມ​ຄືບ​ໜ້າ​ຂອງ​ເຫດການ​ດັ່ງກ່າວ​ໂດຍ​ຜ່ານ​ສະຖານ​ກົງສຸນ​​ໃຫຍ່​ປະຈຳ​ຮົງ​ກົງ, ຫວັງ​ຢາກ​ແກ້​ໄຂ​ຫຼາຍບັນຫາ​ທີ່​ເກີດ​ຂຶ້ນມາ​ຈາກ​ເຫດການ 23 ສິງຫານັ້ນ​​ໃຫ້​ໄດ້​ຢ່າງ​ວ່ອງ​ໄວ, ​ເພື່ອ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຢ່າງຮອບດ້ານ.